ຜູ້ນຳໂລກສືບຕໍ່ສົ່ງໂທລະເລກແບ່ງປັນຄວາມເສົ້າສະລົດໃຈໄປຍັງກູບາ


ຜູ້ນຳໂລກສືບຕໍ່ສົ່ງໂທລະເລກແບ່ງປັນຄວາມເສົ້າສະລົດໃຈໄປຍັງກູບາ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ກັບ​ກູ​ບາ
(vovworld)- ວັນ​ທີ 26/11, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້ຖະ​ແຫຼງວ່າ ປະ​ຫວັດ​ສາດ​ຈະ​ຮັບ​ຮູ້ ແລະ ສັງ​ເກດ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ ຜູ້​ນຳ​ກູ​ບາ Fidel Castro ທີ່​ມີ​ຕໍ່ທົ່ວ​ໂລກ. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ເນັ້ນ​ໜັກ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​ທານ​າ​ທິ​ບໍ​ດີ, ທ່ານ​ໄດ້​ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ກັບ​ກູ​ບາ. ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ​ໄດ້​ສະ​ແດງ​ການການແບ່ງ​ປັນ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ມາ​ຍັງ​ລັດ ແລະ ປະ​ຊາ​ຊົນ​ກູ​ບາ​ຕໍ່​ການ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ​ຜູ້​ນຳ​ກູ​ບາ Fidel Castro, ​ພ້ອມ​ກັນນັ້ນ​ກໍ​ຖະ​ແຫຼງວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ປະ​ຊາ​ຊົນ​ກູ​ບາ​ພາຍຫຼັງ​ທີ່ທ່ານ Fidel Castro ເຖິງ​ແກ່​ມໍ​ລະ​ນະ​ກຳ.     ໃນ​ໂທ​ລະ​ເລກແບ່ງ​ປັນ​ຄວາມ​ເສົ້າ​ສະ​ລົດ​ໃຈທີ່​ສົ່ງ​ເຖິງ​ປະ​ທານ​ກູ​ບາ Raul Castro ເມື່ອ​ວັນ​ທີ 26/11, ປະ​ທານ​າ​ທິ​ບໍ​ດີ ລັດ​ເຊຍ Putin ໄດ້​ຍ້ອງ​ຍໍ​ທ່ານ Fidel Castro ແມ່ນ​ບຸກ​ຄົນ​ເຂັ້ມ​ແຂງ ແລະ ພາ​ລະ​ດອນ​ພາບ, ຍາມ​ໃດ​ກໍ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ, ພ້ອມ​ທັງ​ຢືນ​ຢັນ​ວ່າ ບັນ​ດາ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ ຈະ​ຍືນຍ​ົງ​ຄົງ​ຕົວ​ໃນ​ດວງ​ໃຈ​ຂອງ​ຊາວ​ລັດ​ເຊຍ. ໃນ​ວັນ​ດຽວ​ກັນ, ປະ​ທາ​ນາ​ທິ​ບໍ​ດີ ເມັກ​ຊິກ​ໂກ Pena Nieto  ກໍ​ໄດ້​ຢືນ​ຢັນ​ວ່າ ​ຜູ້​ນຳ​ກູ​ບາ Fidel Castro ແມ່ນ​ເພື່ອນ​ຜູ້​ສະ​ໜິດ​ສະ​ໜົມ​ຂອງ​ຕົນ ແລະ ເປັນ​ຜູ້​ຊຸກ​ຍູ້​ສາຍ​ພົວ​ພັນ 2 ຝ່າຍ​ໂດຍ​ອີງ​ບົນ​ຄວາມ​ເຄົາ​ລົບ, ສົນ​ທະ​ນາ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ສາ​ມັກ​ຄີ. ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande ທີ່​ພວມ​ມີ​ໜ້າ​ຢູ່ Madagascar ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16 ກໍ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ດາຍ ອາ​ໄລ​ອາ​ວອນຕໍ່​ໜ້າ​ຄວາມ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຊົນ​ກູ​ບາ, ພ້ອມ​ທັງ​ຕີ​ລາ​ຄາ​ວ່າ ​ຜູ້​ນຳ​ກູ​ບາ Fidel Castro ແມ່ນ ແບບ​ຢ່າງ​ດີ​ເດັ່ນ​ຂອງ​ສະ​ຕະ​ວັດ​ທີ 20.
ຂ່າວ/ບົດ​ອື່ນ