ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເຈີນກັວກເວື້ອງ ລົງເຮັດວຽກຢູ່ແຂວງຢາລາຍ

(VOVWORLD) -ພາຍໃນ 02 ວັນ ຄືວັນທີ 21 – 22 ກໍລະກົດ, ທ່ານເຈີນກັວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານສູນກາງ ໄດ້ລົງເຮັດວຽກກັບແຂວງຢາລາຍ ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່່ ຄັ້ງທີ XV ຂອງອົງຄະນະພັກແຂວງ.

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເຈີນກັວກເວື້ອງ ລົງເຮັດວຽກຢູ່ແຂວງຢາລາຍ - ảnh 1ທ່ານເຈີນກັວກເວື້ອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມອບທຶນການສຶກສາໃຫ້ນັກຮຽນຜູ້ທຸກຍາກຢູ່ແຂວງຢາລາຍ

(ພາບ: Hoai Nam/TTXVN)

ທ່ານ ເຈີນກັວກເວື້ອງ ເນັ້ນໜັກວ່າ ແຂວງຢາລາຍ ຄວນເອົາໃຈໃສ່ເປັນພິເສດ ເພື່ອພັດທະນາກະສິກໍາເຕັກໂນໂລຢີສູງ, ເພີ່ມອັດຕາສ່ວນອຸດສາຫະກໍາປຸງແຕ່ງສໍາເລັດຮູບ ເພື່ອເພີ່ມມູນຄ່າຜະລິດຕະພັນ ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທາງແຂວງກໍຕ້ອງເອົາໃຈໃສ່ເຖິງເລື່ອງປົກປັກຮັກສາສິ່ງແວດລ້ອມ, ການປູກປ່າ, ຍົກສູງລະດັບການປົກຄຸມຂອງປ່າໃຫ້ຫຼາຍກວ່າອີກ; ເອົາໃຈໃສ່ແກ້ໄຂເນື້ອທີ່ດິນທໍາການຜະລິດ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

        ກ່ອນໜ້ານັ້ນ, ທ່ານ ເຈີນກັວກເວື້ອງ ໄດ້ລົງຢ້ຽມຢາມເມືອງ ຈືປື ແລະ ນະຄອນ Pleiku; ມອບຂອງຂວັນຈໍານວນໜຶ່ງໃຫ້ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດ. ນອກຈາກນັ້ນ, ທ່ານ ເຈີນກັວກເວື້ອງ ກໍໄດ້ໄປຖະຫວາຍດອກໄມ້ໄຫວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ, ວາງພວງມາລາຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ນະຄອນ Pleiku.

ຕອບກັບ

ຂ່າວ/ບົດ​ອື່ນ