ຜູ້ປະຈຳການຄະນະເລຂາເລຮົ່ງແອງຕ້ອນຮັບຄະນະຄົ້ນຄ້ວາຍຸດທະສາດພັດທະນາເສດຖະກິດສູນກາງພັກປະຊາຊົນປະຕິວັດລາວ

ຜູ້ປະຈຳການຄະນະເລຂາເລຮົ່ງແອງຕ້ອນຮັບຄະນະຄົ້ນຄ້ວາຍຸດທະສາດພັດທະນາເສດຖະກິດສູນກາງພັກປະຊາຊົນປະຕິວັດລາວ - ảnh 1
ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ
ຫວຽດ​ນາມເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​
ເສດ​ຖະ​ກິດ​ສູ​ນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
(ພາບ: cpv.org.vn)

(vovworld) - ​​​​ຕອນ​ບ່າຍ​ວັນ​ທີ 22/4, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ທ່ານ ເລ​ຮົ່ງ​ແອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ບົວ​ສອນ ບຸບ​ຜາ​ວັນ, ຫົວ​ໜ້າ​ຄະ​ນະ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສູນ​ກາງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ພວມ​ຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຮົ່ງ​ແອງ ຕີ​ລາ​ຄ​າ​ສູງໝາກ​ຜົນແຫ່ງການ​ເຈ​ລະ​ຈາ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​​ພັດ​ທະ​ນາເສດ​ຖະ​ກິດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ແລະ​ ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ຄະ​ນະ​ໃນ​ໄລ​ຍະ​​ຜ່ານ​ມາ. ບັນ​ດາ​ເນື້ອ​ໃນ​ໂດຍ 2 ຄະ​ນະ​ໄດ້​ແລກ​ປ່ຽນ​ນຳ​ກັນ ແມ່ນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ເຊິ່ງທັງ 2 ຝ່າຍ​ຕ່າງກໍ່​ມີ​ຄວາມ​ສົນ​ໃຈ. ທ່ານ ເລ​ຮົ່ງ​ແອງ ຫວັງ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຄະ​ນະ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ແບ່ງ​ປັນ​ບົດ​ຮຽນ​ເພື່ອ​​ເປັ​ນ​ເສ​ນາ​ທິ​ການ​ໃຫ້​ແກ່​ສູນ​ກາງ​​ພັກ​ຂອງ​ແຕ່​ລະ​ປະ​ເທດກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

 


ຂ່າວ/ບົດ​ອື່ນ