ຜູ້ປະຈຳການຄະນະເລຂາເລຮົ່ງແອງພົບປະກັບບາງພັກການເມືອງໃນສະພາສູງຝຣັ່ງ

ຜູ້ປະຈຳການຄະນະເລຂາເລຮົ່ງແອງພົບປະກັບບາງພັກການເມືອງໃນສະພາສູງຝຣັ່ງ - ảnh 1
ທ່ານ​ເລ​ຮົ່ງ​ແອງແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີ​ການ​ເຮັດ​ວຽກ​ຢູ່ ຝ​ຣັ່ງ

(vovworld) – ​ ​ວັນ​ທີ 17/10, ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາ​ມ ແລະ ເຮັດ​ວຽກ​ຢູ່ ຝ​ຣັ່ງ, ທ່ານ​ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ ຝ​ຣັ່ງ Gérard Larcher ແລະ ຜູ້​ຕາງ​ໜ້າ​ບາງ​ພັກ​ການ​ເມືອງ​ໃນ​ສະ​ພາ​ສູງ ຝ​ຣັ່ງ. ທ່ານ Gérard Larcher ເນັ້ນ​ໜັກ​ວ່າ: ສະ​ພາ​ສູງ ແລະ ສະ​ພາ​ແຫ່ງ​ຊາດ ຝ​ຮັ່ງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຂອງລັດ​ຖະ​ບານ ຝ​ຮັ່ງ ຢ່າງ​ແຮງ, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​ໃນ​ວິ​ວັດ​ການ​ພິ​ຈາ​ລະ​ນາ, ກວດ​ກາ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ເອ​ກະ​​ສານ​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທ​ະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ… ຂອງ ຝ​ຣັ່ງ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ບັນ​ດາ​ເອ​ກະ​ສານ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande ຄາດ​ວ່າ​ໃນ​ປີ 2015. ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ພັກ​ສຳ​ພັນ​ທະ​ມິດ​ເພື່ອ​ຂະ​ບວນ​ການ​ປະ​ຊາ​ຊົນ (UMP), ​ທ່ານ​ປະ​ທານ​ສະ​ພາ​ສູງ Gérard Larcher  ກໍ​ຢັ້ງ​ຢ​ື​ນ​ວ່າ: ທ່ານ​ເອງ ແລະ ພັກ UMP ຈະ​ສົມ​ທົບກັບ​ບັນ​ດາ​ພັກ​ການ​ເມືອງ​ໃຫຍ່​ອື່ນໆ​ຂອງ​ຝ​ຣັ່ງ, ໃນ​ນັ້ນ​ມີ​ພັກ​ກອມ​ມູ​ນິດ ຝ​ຣັ່ງ (PCF), ເພື່ອ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ ຝ​ຣັ່ງ - ຫວຽດ​ນາມ.


ຂ່າວ/ບົດ​ອື່ນ