ຜູ້​ປະ​ສານ​ງານ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ຢູ່ ສ​ປ​ຊ

(VOVWORLD) -    ວັນທີ 23 ສິງຫາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ດັ້ງຮວ່າງຢາງ ໃຫ້ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ຢູ່ນິວຢອກ, ອາເມລິກາ.
ຜູ້​ປະ​ສານ​ງານ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ຢູ່ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະ ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ

ໃນການພົບປະ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແບ່ງປັນບາງເນື້ອໃຈຈຸດສຸມ ເຊິ່ງ ຫວຽດນາມ ຈະຊຸກຍູ້ຢູ່ ສປຊ ໃນໄລຍະຈະມາເຖິງ, ກໍຄືບັນດາບັນຫາກ່ຽວກັບການສຶກສາ, ພ້ອມແລ້ວທີ່ຈະຕ້ານໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ. ທ່ານເອກອັກຄະລັດຖະທູດ ສະເໜີ ສປຊ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຖ່າຍທອດເຕັກໂນໂລຢີ, ແບ່ງປັນປະສົບການ, ພູມປັນຍາ, ສະເໜີແນະນະໂຍບາຍ ເພື່ອຊ່ວຍໃຫ້ ຫວຽດນາມ ຊຸດຍູ້ການພັດທະນາເສດຖະກິດສັງຄົມ. ທ່ານເອກອັກຄະລັດຖະທູດຕີລາຄາວ່າ  ຫວຽດນາມ ແລະ ສປຊ ລ້ວນແຕ່ມີເປົ້າໝາຍລວມ, ດັ່ງນັ້ນ ຕ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍລ້ວນແຕ່ມີຄວາມສົນໃຈ.

        ສ່ວນທ່ານນາງ Tamesis ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຂອງ ສປຊ, ແມ່ນປະເທດໜຶ່ງທີ່ຍາມໃດກໍຍົກສູງລັດທິຫຼາຍຝ່າຍ ແລະ ການຮ່ວມມືຫຼາຍຝ່າຍ, ເປັນແບບຢ່າງໃນການຮ່ວມມມືກັບ ສປຊ. ທ່ານນາງໃຫ້ຮູ້ວ່າ ສະໜັບສະໜູນບັນດາບຸລິມະສິດເຊິ່ງ ຫວຽດນາມ ຊຸກຍູ້ໃນ ສປຊ ແລະ ສະເໜີ ຫວຽດນາມ ສືບຕໍ່ໜູນຊ່ວຍວິວັດການປະຕິຮູບລະບົບພັດທະນາ ສປຊ; ຢັ້ງຢືນຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນວິວັດການສ້າງນະໂຍບາຍ, ແຜນການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ