ຜູ້ມີສິດເລືອກຕັ້ງ ຍີ່ປຸ່ນ ຢູ່ຕ່າງປະເທດໄປປ່ອນບັດເລືອກຕັ້ງສະພາສູງ

(VOVWORLD) - ວັນທີ 05 ກໍລະກົດ, ຜູ້ມີສິດເລືອກຕັ້ງ ຍີ່ປຸ່ນ ຢູ່ຕ່າງປະເທດໄດ້ເລີ່ມຕົ້ນໄປປ່ອນບັດໃນການເລືອກຕັ້ງສະພາສູງ, ຄາດວ່າຈະດຳເນີນຢູ່ພາຍໃນປະເທດໃນວັນທີ 21 ກໍລະກົດ. 
ຜູ້ມີສິດເລືອກຕັ້ງ ຍີ່ປຸ່ນ ຢູ່ຕ່າງປະເທດໄປປ່ອນບັດເລືອກຕັ້ງສະພາສູງ - ảnh 1ສະພາສູງ ຍີ່ປຸ່ນ (ພາບ: AFP/TTXVN)

ສະຖານທີ່ປ່ອນບັດແມ່ນ 226 ສະຖານທູດ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳຕ່າງປະເທດ. ມີ 2 ສະຖານທູດ ຍີ່ປຸ່ນ ປະຈຳ ຊູດັງ ແລະ ເວເນຊູເອລາ ບໍ່ໄດ້ຈັດຕັ້ງການປ່ອນບັດ ຍ້ອນວ່າມີບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງ. ໄລ່ຮອດວັນທີ 03 ກໍລະກົດ, ໄດ້ມີຊາວ ຍີ່ປຸ່ນ ປະມານ 101.000 ຄົນໄດ້ໄປຈົດທະບຽນປ່ອນບັດຢູ່ຕ່າງປະເທດ, ໃນນັ້ນ ສະເພາະແຕ່ຢູ່ ສ.ເກົາຫຼີ ແມ່ນ 2.500 ຄົນ. ນອກຈາກການຈົດທະບຽນປ່ອນບັດຢູ່ບັນດາອົງການຕາງໜ້າຢູ່ ຕ່າງປະເທດແລ້ວ, ຊາວ ຍີ່ປຸ່ນ ຢູ່ຕ່າງປະເທດກໍ່ສາມາດຈົດທະບຽນປ່ອນບັດຢູ່ພາຍໃນປະເທດ ດ້ວຍວິທີສົ່ງບັດເລືອກຕັ້ງຜ່ານທາງໄປສະນີ.

ຕອບກັບ

ຂ່າວ/ບົດ​ອື່ນ