ຜູ້ອອກແຮງງານຊົນນະບົດ ກ່ວາ 1 ລ້ານຄົນໄດ້ຮັບ ການບຳລຸງສ້າງວິຊາຊີບ

ຜູ້ອອກແຮງງານຊົນນະບົດ ກ່ວາ 1 ລ້ານຄົນໄດ້ຮັບ ການບຳລຸງສ້າງວິຊາຊີບ - ảnh 1

(ພາບ:baodientu.chinhphu.vn)

(vovworld)- ຕອນ​ເຊົ້າວັນທີ 5/4, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ກັບ​ປະຊາຊົນ​ຢູ່​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ. ບັນດາ​ເນື້ອ​ໃນ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ແມ່ນ​ບັນຫາ​ວຽກ​ເຮັດ​ງານ​ທຳ, ບຳລຸງ​ສ້າງ​ວິຊາ​ຊີບ, ການ​ສົ່ງ​ອອກ​ຄົນ​ງານ. ກ່ຽວ​ກັບ​ບັນຫາ​ຫລຸດຜ່ອນ​ອຸບັດ​ຕິ​ເຫດ​ແຮງ​ງານ. ທ່ານ​ນາງ​ລັດຖະມົນຕີ​ຟ້າ​ມທິຫາຍ​ຈ່ວຽນ ​ໃຫ້​ຮູ້​ວ່າ:

   “​ໃນ​​​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າຈະ​ເພີ່ມ​ທະວີ​ການຈັດບັນດາ​ຊຸດ​ຝຶກ​ອົບຮົມ​ກ່ຽວ​ກັບ​ສະຕິ​ຄວາມ​ຮັບ​ຮູ້​ຮັບປະກັນ​ຄວາມ​ປອດ​ໄພ​ແຮງ​ງານ, ປະຕິບັດ​ກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ແຮງ​ງານ. ​ການໂຄສະນາ​ກ່ຽວ​ກັບ​ສະຕິ​ຄວາມ​ຮັບ​ຮູ້ຄວາມ​ປອດ​ໄພ​ແຮງ​ງານ​ຈະ​ຖືກ​ປະຕິບັດ​ຢູ່ບັນດາ​ໂຮງຮຽນ“

   ທ່ານ​ນາງ​ລັດຖະມົນຕີ​ຟ້າ​ມທິຫາຍ​ຈ່ວຽນ ​ໃຫ້​ຮູ້​ວ່າ: ພາຍຫຼັງປະຕິບັດ​ໂຄງການ​ຈຸດໝາຍ​​ວຽກ​ເຮັດ​ງານ​ທຳ ​ແລະ ສອນ​ວິຊາ​ຊີບແຫ່ງ​ຊາດ​ໄລຍະ 2012-2015 ​ເປັນ​ເວລາ 1 ປີ, ຫວຽດນາມ ມີ​ຜູ້​ອອກ​ແຮງ​ງານຊົນນະບົດ​ກ່ວາ 1 ລ້ານ​ຄົນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ.

 

 

 

 

 

 



ຂ່າວ/ບົດ​ອື່ນ