ຜູ້​ອຳ​ນ​ວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ແຫ່ງ​ຊາດ​ລາວ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ, ​ມີ​​ຈຸດ​ພິ​ເສດ​ສະ​ເພາະ​ຂອງ ຫວຽດ​ນາມ

(VOVWORLD) -ຕາມທ່ານໂພສີ ແກ້ວມານີວົງ ແລ້ວ, ບົດຂຽນສະແດງໃຫ້ເຫັນທິດສະດີ ແລະ ພຶດຕິກຳຕົວຈິງຜ່ານການພັດທະນາຂອງ ຫວຽດນາມ ມາເປັນເວລານັບສິບປີ ຕາມເປົ້າໝາຍກ້າວໄປເຖິງສັງຄົມນິຍົມບົນພື້ນຖານຢຶດໝັ້ນລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ທີ່ມີຈຸດພິເສດສະເພາະຂອງ ຫວຽດນາມ. 
ຜູ້​ອຳ​ນ​ວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ແຫ່ງ​ຊາດ​ລາວ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ, ​ມີ​​ຈຸດ​ພິ​ເສດ​ສະ​ເພາະ​ຂອງ ຫວຽດ​ນາມ - ảnh 1ທ່ານໂພສີ ແກ້ວມານີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດ ລາວ

ບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ” ແມ່ນບົດຮຽນອັນລ້ຳຄ່າ, ມີຄວາມໝາຍສຳຄັນທີ່ມີຈຸດພິເສດສະເພາະຂອງ ຫວຽດນາມ. ນັ້ນແມ່ນຂໍ້ສັງເກດຂອງ ທ່ານໂພສີ ແກ້ວມານີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ (LNR), ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ປະຈຳ ລາວ ກ່ຽວກັບບົດຂຽນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ.

ຕາມທ່ານໂພສີ ແກ້ວມານີວົງ ແລ້ວ, ບົດຂຽນສະແດງໃຫ້ເຫັນທິດສະດີ ແລະ ພຶດຕິກຳຕົວຈິງຜ່ານການພັດທະນາຂອງ ຫວຽດນາມ ມາເປັນເວລານັບສິບປີ ຕາມເປົ້າໝາຍກ້າວໄປເຖິງສັງຄົມນິຍົມບົນພື້ນຖານຢຶດໝັ້ນລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ທີ່ມີຈຸດພິເສດສະເພາະຂອງ ຫວຽດນາມ. ບົດຂຽນ ສະແດງໃຫ້ເຫັນແນວທາງ, ເປົ້າໝາຍຂອງ ພັກກອມມູນິດ ຫວຽດນາມ ໂດຍທ່ານປະທານໂຮ່ຈີມິນ ລິເລີ່ມ ແມ່ນ ເໝາະສົມທີ່ສຸດ, ນັ້ນແມ່ນສ້າງລະບົບການເມືອງ ເຊິ່ງສິດອຳນາດຂຶ້ນກັບ ປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ເພື່ອຜົນປະໂຫຍດຂອງ ປະຊາຊົນ. ທັງລາວ ແລະ ຫວຽດນາມ ລ້ວນແຕ່ຢຶດໝັ້ນລັດທິ ມາກ - ເລນິນ, ຖືນັ້ນແມ່ນພື້ນຖານທິດສະດີໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ແລະ ພ້ອມກັນກ້າວໄປເຖິງການສ້າງສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ