ຜູ້ຮັກສາການປະທານາທິບໍດີສ.ເກົາຫຼີຮຽກຮ້ອງໃຫ້ຍອມຮັບຄຳຕັດສິນຂອງສານລັດຖະທຳມະນູນ

ຜູ້ຮັກສາການປະທານາທິບໍດີສ.ເກົາຫຼີຮຽກຮ້ອງໃຫ້ຍອມຮັບຄຳຕັດສິນຂອງສານລັດຖະທຳມະນູນ - ảnh 1
ທ່ານ Hwang Kyo – ahn ຜູ້​ຮັກສາ​ການ​ປະທານາທິບໍດີ
ທັງ​ເປັນ​ນາຍົກ​ລັດຖະມົນຕີ ສ.​ເກົາຫຼີ
(ພາບ: EPA/TTXVN)

(vovworld) – ກ່າວ​ຄຳ​ເຫັນ​ໃນ​ວັນ​ທີ 10/03, ທ່ານ Hwang Kyo – ahn ຜູ້​ຮັກສາ​ການ​ປະທານາທິບໍດີ ທັງ​ເປັນ​ນາຍົກ​ລັດຖະມົນຕີ ສ.​ເກົາຫຼີ ຮຽນ​ກຮ້ອງປະຊາຊົນ​ຈົ່ງຍອມຮັບ​ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ເລື່ອງປົດ​ຕຳ​ແໜ່​ງທ່ານ​ນາງ​ປະທານາທິບໍດີ Park Geun – hye ​ແລະ ພ້ອມ​ກັນ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​ປະຈຸ​ບັນ. ທ່ານ Hwang Kyo – ahn ກໍ່​ຮຽກຮ້ອງ​ບັນດາ​​ພັກຝ່າຍ​ການ​ເມືອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູນ້ຳ​ໃຈ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ນຳ​ປະ​ເທດ​ຊາດກ້າວໜ້າ ພາຍຫລັງ​ເຫດການປັນປວນ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ນີ້. ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ ທ່ານ Hwang Kyo – ahn ຜູ້​ຮັກສາ​ການ​ປະທານາທິບໍດີ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ບໍລິຫານ​ບັນດາ​ວຽກ​ງານ​ແຫ່ງ​ລັດ ດ້ວຍ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງ, ຮຽກ​ຮ້ອງປະຊາຊົນ​ຢຸດຕິ​ບັນດາ​ການ​ແຫ່ຂະ​ບວນປະ​ທ້ວງທີ່​ສະໜັບສະໜູນ ​ແລະ ຄັດຄ້ານ​ທ່ານ​ນາງ Park Geun – hye.

ຕອບກັບ

ຂ່າວ/ບົດ​ອື່ນ