ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

(VOVWORLD) - ກ່ຽວກັບຕະຫຼາດສົ່ງອອກ, ໃນ 8 ເດືອນຜ່ານມາ, ບັນດາຕະຫຼາດຂຶ້ນກັບພາກພື້ນ ອາຊີ, ກວມອັດຕາສ່ວນສູງສຸດດ້ວຍກ່ວາ 43%, ຈາກນັ້ນແມ່ນ ທະວີບ ອາເມລິກາ, ເອີລົບ, ທະວີບໂອເຊອານີ ແລະ ອາບຟຣີກາ.
ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ - ảnh 1
ການປຸງແຕ່ງສິນໃນນ້ຳ (ພາບ:baodantoc.vn)

ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 8 ເດືອນຂອງປີ 2022, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ  ຄາດວ່າບັນລຸປະມານ 66,2 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຈຳນວນນັ້ນ, ມູນຄ່າການສົ່ງອອກຄາດວ່າປະມານ 36,3ຕື້ USD, ເພີ່ມຂຶ້ນ 13%.

        ໃນ 8 ເດືອນຜ່ານມາ, ມີ 7 ຜະລິດຕະພັນ, ໝວດຜະລິດຕະພັນມີມູນຄ່າການສົ່ງອອກກ່ວາ 2 ຕື້ USD ລວມມີ: ກາເຟ, ຢາງພາລາ, ເຂົ້າສານ, ໝາກໄມ້, ໝາກມ່ວງຫິມະພານ… ພ້ອມກັນນັ້ນ, ຫຼາຍປະເພດສິນຄ້າບັນລຸມູນຄ່າການສົ່ງອອກສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄື: ກາເຟ, ຢາງພາລາ, ເຂົ້າສານ, ໝາກພິກໄທ, ມັນຕົ້ນ…

        ກ່ຽວກັບຕະຫຼາດສົ່ງອອກ, ໃນ 8 ເດືອນຜ່ານມາ, ບັນດາຕະຫຼາດຂຶ້ນກັບພາກພື້ນ ອາຊີ, ກວມອັດຕາສ່ວນສູງສຸດດ້ວຍກ່ວາ 43%, ຈາກນັ້ນແມ່ນ ທະວີບ ອາເມລິກາ, ເອີລົບ, ທະວີບໂອເຊອານີ ແລະ ອາບຟຣີກາ.

        ອາເມລິກາ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດ, ຖັດມາແມ່ນຕະຫຼາດຈີນ, ທີສາມແມ່ນຕະຫຼາດຍີ່ປຸ່ນ ແລະ ທີສີ່ ແມ່ນ 4 ແມ່ນຕະຫຼາດ ສ. ເກົາຫຼີ.

        ໃນປີ 2022, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະປະຕິບັດໃຫ້ສຳເລັດການເຈລະຈາເປີດປະຕູຕະຫຼາດສຳລັບບັນດາຜະລິດຕະພັນເຊິ່ງລວມມີ: ໝາກລຳໄຍສົ່ງອອກໄປຍັງ ຍີ່ປຸ່ນ; ສືບຕໍ່ເຈລະຈາບັນດາຜະລິດຕະພັນໝາກນອດ, ໝາກພ້າວສົ່ງອອກໄປ ອາເມລິກາ…

ຕອບກັບ

ຂ່າວ/ບົດ​ອື່ນ