ຜູ້ແທນສາກົນຕີລາຄາສູງວຽກງານຈັດຕັ້ງວັນບຸນວິສາຂະບຸຊາ Vesak 2019 ຂອງຫວຽດນາມ

(VOVWORLD) -ໂດຍແມ່ນປະເທດເຈົ້າພາບຈັດຕັ້ງ, ຫວຽດນາມ ໄດ້ສ້າງແຜນການລະອຽດທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຂອງວັນບຸນ, ກໍ່ຄືວຽກງານຕ້ອນຮັບ, ຮັບໃຊ້… ໃຫ້ບັນດາຜູ້ແທນ

ຜູ້ແທນສາກົນຕີລາຄາສູງວຽກງານຈັດຕັ້ງວັນບຸນວິສາຂະບຸຊາ Vesak 2019 ຂອງຫວຽດນາມ - ảnh 1

 ຫວຽດນາມ ໄດ້ສ້າງແຜນການລະອຽດທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຂອງວັນບຸນ

(ພາບ: vietnamnet.vn)

ວັນບຸນວິສາຂະບຸຊາຂອງສະຫະປະຊາຊາດ (Vesak) 2019 ພວມດຳເນີນຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈູ໊ກ, ແຂວງຮ່ານາມ. ໂດຍແມ່ນປະເທດເຈົ້າພາບຈັດຕັ້ງ, ຫວຽດນາມ ໄດ້ສ້າງແຜນການລະອຽດທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຂອງວັນບຸນ, ກໍ່ຄືວຽກງານຕ້ອນຮັບ, ຮັບໃຊ້… ໃຫ້ບັນດາຜູ້ແທນ, ຄະນະຜູ້ແທນພຸດທະສາສະໜາສາກົນ ເມື່ອມາຫວຽດນາມ ເຂົ້າຮ່ວມ Vesak. ທ່ານ Maarek Lind, ຜູ້ແທນມາຈາກ Estonia, ແບ່ງປັນວ່າ.

        “ທິວທັດທຳມະຊາດຢູ່ແຫ່ງນີ້ແມ່ນສວຍງາມທີ່ສຸດ, ປະຊາຊົນຢູ່ທີ່ນີ້ມີນ້ຳໃຈເປັນມິດສະໜິດສະໜົມ. ຂ້າພະເຈົ້າມີຄວາມພາກພູມໃຈເມື່ອມາແຫ່ງນີ້ເພື່ອເຂົ້າຮ່ວມວັນບຸນ. ບັນດາພວກເພື່ອນຕ້ອນຮັບບັນດາເພື່ອນມິດທີ່ມາຈາກປະເທດອື່ນໆຢ່າງຮອບຄອບຖີ່ຖ້ວນທີ່ສຸດ”.

        ດ້ວຍການເຂົ້າຮ່ວມຂອງຜູ້ແທນພຸດທະສາສະໜາສາກົນ 1.650 ທ່ານ ທີ່ມາຈາກ 112 ປະເທດ, ເຂດແຄ້ວນ ແລະ ສະຫະປະຊາຊາດ, ພ້ອມກັບຄະນະຜູ້ແທນສາກົນ 570 ຄະນະ. Vesak 2019 ແມ່ນວັນບຸນໃຫຍ່ທີ່ມີຈຳນວນແຂກສາກົນຖືກເຊີນຫຼາຍທີ່ສຸດ, ພິເສດແມ່ນມີປະມຸກລັດເຂົ້າຮ່ວມຫຼາຍທີ່ສຸດໃນຄັ້ງກ່ອນໆທີ່ຈັດວັນບຸນ Vesak. ສະນັ້ນ, ຄະນະຈັດຕັ້ງໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຕ້ອນຮັບ. ພະອາຈານໃຫຍ່ Rev Moragaswewe Vijitha Thero, ຜູ້ແທນມາຈາກ ສີລັງກາ, ແບ່ງປັນວ່າ.

        “ບັນດາພວກເພື່ອນໄດ້ເຮັດສິ່ງທີ່ດີງາມໃຫ້ແກ່ເຫດການໃຫຍ່ຂອງໂລກ. ຜູ້ແທນທຸກຄົນທີ່ເຂົ້າຮ່ວມວັນບຸນ Vesak ລ້ວນແຕ່ມີຄວາມພາກພູມໃຈກ່ຽວກັບວຽກງານຈັດຕັ້ງ, ນັບແຕ່ການຕ້ອນຮັບຢູ່ສະໜາມບິນ ຕະຫຼອດຮອດບັນດາການເຄື່ອນໄຫວຂອງວັນບຸນ. ພວກເພື່ອນຫວຽດນາມ ມີຄວາມສະໜິດສະໜົມ ແລະ ຮັກແພງແຂກຄົນ. ທິວທັດທຳມະຊາດຢູ່ ຕາມຈຸ໊ກ ສວຍງາມທີ່ສຸດ ແລະ ພວກອາດຕະມາມີຄວາມສຸກເມື່ອໄດ້ມາແຫ່ງນີ້.”

ຄະນະຈັດຕັ້ງຍັງເລືອກເອົານັກອາສາສະໜັກ 7.200 ຄົນເຂົ້າຮ່ວມວຽກງານຮັບໃຊ້ໃຫ້ວັນບຸນ. ບັນດານັກອາສາສະໜັກນີ້ລ້ວນແຕ່ມີຄວາມຮູ້ດ້ານພາສາຕ່າງປະເທດ, ມີສຸຂະພາບແຂງແຮງ… ນອກນັ້ນ,  ຄະນະຈັດຕັ້ງ ຍັງສ້າງຕັ້ງສູນອາຫານການກິນທີ່ກວ້າງນັບພັນໆຕາແມັດ ດ້ວຍບັນດາເຍື່ອງອາຫານເຈອີກດ້ວຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ