ຜູ້ແຫ່ຂະບວນປະທ້ວງນັບແສນຄົນຢູ່ ເອີລົບ ຄັດຄ້ານນະໂຍບາຍ “ຮັດເຂັມຂັດ”

ຜູ້ແຫ່ຂະບວນປະທ້ວງນັບແສນຄົນຢູ່ ເອີລົບ ຄັດຄ້ານນະໂຍບາຍ “ຮັດເຂັມຂັດ” - ảnh 1

ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສະໜາມ​ຫຼວງ Puerta del Sol ຢູ່​ນະຄອນຫຼວງ Madrid

(ພາບ: AP)

(vovworld) – ວັນ​ທີ 12/5, ປະຊາຊົນ​ແອດ​ປາຍ​ຢ່າງ​ໜ້ອຍ​ສຸດ 100.000 ຄົນ ​ໄດ້​ລົງ​ຖະໜົນ​​ແຫ່​ຂະ​ບວນປະ​ທ້ວງ ຢູ່​ນະຄອນ​ຫຼາຍ​ແຫ່ງ​ຂອງ​ປະ​ເທດ​ນີ້ ​ເພື່ອ​ສະ​ແດງຄວາມ​ຄຽດ​ແຄ້ນຕໍ່​ສະພາ​ບ​ເສດຖະກິດ​ທີ່​ເປັນ​ໜ້າ​ວິຕົກ​ກັງວົນ​ໃນ​ຕໍ່ໜ້າ ກໍ​ຄື​ວິທີ​ແກ້​ໄຂ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ. ​ເຫດການ​ນີ້​ເກີດ​ຂຶ້ນ​ພາຍຫຼັງ 1 ປີ​ເຕັ​ມທີ່​ເກີດ​ເຫດ “ຂະ​ບວນການຄຽດ​ແຄ້ນ​” ​ເພື່ອ​ແນ​​ໃສ່​ຄັດຄ້ານ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ທີ່ລຳບາກ​​ຂອງ​ລັດຖະບານ. ບັນດາ​ການ​​ເດີນ​ຂະ​ບວນ, ແຫ່​ຂະ​ບວນປະ​ທ້ວງກໍ​ໄດ້​ດຳ​ເນີນ​ໄປ​ຢູ່ປະມາ​ນ 80 ນະຄອນ ​ແລະ ​ເທດສະບານ​ເມືອງ ອື່ນໆ ຂອງ​ປະ​ເທດ​ ​ແອດ​ສະປາຍ, ​ໃນ​ນັ້ນ​ການ​ເດີນ​ຂະ​ບວນຢູ່​ນະຄອນ Barcelona ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຢ່າງ​ໜ້ອຍ​ສຸດ​ແມ່ນ 20.000 ຄົນ. ຢູ່​ອັງກິດ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດທິ​ທຶນ​ນິຍົມທີ່​ສັງກັດ​ຂະ​ບວນການ “ຢຶດຄອງ” ນັບຮ້ອຍຄົນ ​ໄດ​້​ເດີນ​ຂະ​ບວນ​ໂດຍ​ສັນຕິ​ຜ່ານ​ເມືອງ​ການ​ເງິນ​ຂອງ ລອນ​ດອນ ​ແລະ ​ເຕົ້າ​ໂຮມ​ຢູ່ນອກຫ້ອງ​ການ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ທະນາຄານໃຫຍ່ຄື: Merrill Lynch ​ແລະ Santander. ທີ່ ບຣຸກ​ແຊນ ປະ​ເທດ ​ແບນ​ຊິກ ​ແລະ ລິດ​ບອນ ຂອງ ປອກຕຸຍ​ການ, ປະຊາຊົນ​ນັບ​ພັນ​ຄົນ​ກໍ​ໄດ້​ລົງ​ຖະໜົນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍຄື​ກັນ ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ໃຫ້​ລັດຖະບານ​ປະກາດ​ໃຊ້​ມາດ​ຕະການຕ່າງໆ, ​ໃນ​ນັ້ນ​ມີ​ການ​​ເສຍ​ພາສີ​ທ່ົວ​ໂລກ​ສຳລັບ​ບັນດາ​ການ​ພົວພັນ​ແລກປ່ຽນດ້ານ​ການ​​ເງິນ ​ແລະ ສ້າງ​ຕັ້ງ​ບັນດາ​ອົງການ​ການ​ເງິນ​ສາກົນ​ທີ່​ມີ​ປະຊາທິປະ​ໄຕ​ກ່ວາ.


ຂ່າວ/ບົດ​ອື່ນ