ຝລັ່ງ ຊຸກຍູ້ແຜນການຮ່ວມມືຜະລິດອຸປະກອນການທະຫານຢູ່ເຂດດິນແດນ ຢູແກຼນ

(VOVWORLD) -ຄຳປະກາດດັ່ງກ່າວໄດ້ຍົກອອກມາພາຍຫລັງມື້ຫນຶ່ງທີ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖະແຫລງວ່າ ປະເທດນີ້ ຈະຫນູນຊ່ວຍ ຢູແກຼນ ດ້ວຍທຸກມາດຕະການ

ວັນທີ 8 ມິນາ, ທ່ານ Sebastien Lecornu ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ໄດ້ປະກາດວ່າ ປະເທດນີ້ ພວມຂຶ້ນແຜນການອະນຸຍາດໃຫ້ບາງບໍລິສັດຜະລິດອາວຸດ ເພື່ອຜະລິດອຸປະກອນການທະຫານຢູ່ເຂດດິນແດນຂອງ ຢູແກຼນ.

 ໃນຖະແຫລງການ, ທ່ານ Lecornu ໃຫ້ຮູ້ວ່າ:  3 ບໍລິສັດຂອງ ຝລັ່ງ ຈະສ້າງຕັ້ງການພົວພັນຄູ່ຮ່ວມມືກັບບັນດາບໍລິສັດ ຢູແກຼນ ພິເສດ ແມ່ນໃນຂົງເຂດອຸປະກອນການທະຫານ ແລະ ເຮືອບິນບໍ່ມີຄົນຂັບເພື່ອຜະລິດເຄື່ອງອາໄຫລ່ຢູ່ເຂດດິນແດນ ຢູແກຼນ ແລະ ໃນອະນາຄົດອາດຈະລວມມີລູກປືນ.

  ຄຳປະກາດດັ່ງກ່າວໄດ້ຍົກອອກມາພາຍຫລັງມື້ຫນຶ່ງທີ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖະແຫລງວ່າ ປະເທດນີ້ ຈະຫນູນຊ່ວຍ ຢູແກຼນ ດ້ວຍທຸກມາດຕະການ. ເດືອນກ່ອນ, ການນຳຝລັ່ງ ກໍ່ໄດ້ປະກາດບາງບາດກ້າວເດີນໃຫມ່ ເພື່ອຫນູນຊ່ວຍ ຢູແກຼນ ໃນສະພາບທີ່ການປະທະກັນກັບລັດເຊຍ ປະຈຸບັນ ພວມກ້າວເຂົ້າສູ່ປີທີ 3 ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ