ຝ​ລັ່ງ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ເຊິ່ງ​ອາ​ຍຸ​ໜຸ່ມກວ່າ​ໝູ່​ໃນ​ປະ​ຫວັດ​ສາດ

(VOVWORLD) - ພິທີມອບຮັບສິດອຳນາດລະຫວ່າງທ່ານນາງ Elisabeth Borne  ແລະ ທ່ານ Gabriel Attal ໄດ້ຈັດຂຶ້ນຢູ່ວັງ Matignon, ໝາຍຄວາມວ່າທຳນຽບນາຍົກລັດຖະມົນຕີ ຝລັ່ງ. ທ່ານ Gabriel Attal ເປັນນາຍົກລັດຖະມົນຕີຜູ້ທີ 4 ໃນ 2 ອາຍຸການຂອງທ່ານປະທານາທິບໍດີ Emmanuel Macron (ແຕ່ປີ 2017). 
ຝ​ລັ່ງ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ເຊິ່ງ​ອາ​ຍຸ​ໜຸ່ມກວ່າ​ໝູ່​ໃນ​ປະ​ຫວັດ​ສາດ - ảnh 1 ທ່ານ Gabriel Attal, ນາຍົກລັດຖະມົນຕີ ຝລັ່ງ ຄົນໃໝ່ (ພາບ: Reuters)

ວັນທີ 09 ກັນຍາ, ທ່ານປະທານາທິບໍດີ ຝລັ່ງ, Emmanuel Macron ໄດ້ເລືອກເອົາທ່ານລັດຖະມົນຕີກະຊວງສຶກສາ Gabriel Attal ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້. ທ່ານ Gabriel Attal ມີອາຍຸ 34 ປີ, ກາຍເປັນນາຍົກລັດຖະມົນຕີໜຸ່ມສຸດໃນປະຫວັດສາດສາທາລະນະລັດ ຊຸດທີ V ຂອງ ຝລັ່ງ (ນັບແຕ່ປີ 1958).

        ການແຕ່ງຕັ້ງທ່ານ Gabriel Attal ໄດ້ດຳເນີນພາຍຫຼັງທີ່ໄດ້ຮັບໃບຂໍລ່າອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີຄົນເກົ່າ Elisabeth Borne ໃນຕອນບ່າຍວັນທີ 08 ມັງກອນ. ໃນຕອນບ່າຍວັນທີ 09 ມັງກອນ, ຕາມເວລາທ້ອງຖິ່ນ, ພິທີມອບຮັບສິດອຳນາດລະຫວ່າງທ່ານນາງ Elisabeth Borne  ແລະ ທ່ານ Gabriel Attal ໄດ້ຈັດຂຶ້ນຢູ່ວັງ Matignon, ໝາຍຄວາມວ່າທຳນຽບນາຍົກລັດຖະມົນຕີ ຝລັ່ງ. ທ່ານ Gabriel Attal ເປັນນາຍົກລັດຖະມົນຕີຜູ້ທີ 4 ໃນ 2 ອາຍຸການຂອງທ່ານປະທານາທິບໍດີ Emmanuel Macron (ແຕ່ປີ 2017).  ນອກຈາກການປ່ຽນນາຍົກລັດຖະມົນຕີແລ້ວ, ເລື່ອງທ່ານປະທານາທິບໍດີ Emmanuel Macron ຈະດຳເນີນການປ່ຽນບາງຕຳແໜ່ງລັດຖະມົນຕີ ຫຼື ລັດຖະມົນຕີຮັບຜິດຊອບກິດຈະກຳຕ່າງໆໃນລັດຖະບານຊຸດໃໝ່ນັ້ນ ແມ່ນອາດເປັນໄປໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ