ຝ​ລັ່ງ ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ລົບ ຮ່ວມ​ມື​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ

(VOVWORLD) -ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານປະທານາທິບໍດີ Macron ຢັ້ງຢືນວ່າກຳລັງປ້ອງກັນຄວາມໝັ້ນຄົງຂອງ ຝລັ່ງ ໄດ້ລະດົມການເຮັດວຽກ “ທັງເວັນແລະຄືນ” ເພື່ອ ສະກັດກັ້ນການເກີດເຫດການທີ່ຄ້າຍຄືກັນນີ້.



ຝ​ລັ່ງ ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ລົບ ຮ່ວມ​ມື​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ - ảnh 1ພາບປະກອບ: TTXVN

ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຍົກອອກຄວາມຈຳເປັນ ຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ເອີລົບ ເພື່ອແກ້ໄຂບັນຫາຊາວອົບພະຍົບ ແລະ ການຄ້າມະນຸດ. ທ່ານປະທານາທິບໍດີ Macron ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງ 1 ວັນ ທີ່ເກີດເຫດຊາວອົບພະຍົບ 27 ຄົນເສຍຊີວິດ ຍ້ອນເຫດເຮືອຢາງລຳໜຶ່ງຖືກລົ້ມ ຢູ່ຊ່ອງແຄບທະເລ Manche ທີ່ເຊື່ອມຕໍ່ລະຫວ່າງ ອັງກິດ ແລະ ຝລັ່ງ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານປະທານາທິບໍດີ Macron ຢັ້ງຢືນວ່າກຳລັງປ້ອງກັນຄວາມໝັ້ນຄົງຂອງ ຝລັ່ງ ໄດ້ລະດົມການເຮັດວຽກ “ທັງເວັນແລະຄືນ” ເພື່ອ ສະກັດກັ້ນການເກີດເຫດການທີ່ຄ້າຍຄືກັນນີ້.

ແລະກໍ່ໃນວັນດຽວກັນ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖືວ່າ ເລື່ອງເປີດເສັ້ນທາງປອດໄພ ໃຫ້ແກ່ຊາວອົບພະຍົບໄປຜ່ານຝລ່ັງ ເຖິງອັງກິດ ຈະຍິ່ງເຮັດໃຫ້ບັນດາກຸ່ມອາດຊະຍາກຳ ສວຍໃຊ້ໂອກາດ ເພື່ອດຶງເອົາຊາວອົບພະຍົບເຂົ້າຮ່ວມຂະບວນການເດີນທາງທີ່ອັນຕະລາຍນີ້. ເຈົ້າໜ້າທີ່ທ່ານນີ້ເນັ້ນໜັກວ່າ ຕ້ອງແກ້ໄຂບັນຫາຊາວອົບພະຍົບແບບຜິດກົດໝາຍ ຢູ່ ຍານໜືອແມ່ນ້ຳ ແລະ ກ່ອນທີ່ເຂົາເຈົ້າຈະມາຮອດແຄມຝັ່ງທະເລຂອງຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ