ຝະ​ລັ່ງ, ເຢຍ​ລະ​ມັນ ເໜັ້ນ​ໜັກ​ບົດ​ບາດ​ນຳ​ໜ້າ​ໃນ​ວິ​ວັດ​ການ​ສ້າງ​ສາ ເອີ​ລົບ ຄືນ​ໃໝ່

(VOVWORLD) - ວັນທີ 21 ມັງກອນ, ຢູ່ປາຣີ, ໃນພະທີສະເຫຼີມສະຫຼອງ 60 ປີແຫ່ງວັນ  ຝະລັ່ງ ແລະ ເຢຍລະມັນ ເຊັນສົນທິສັນຍາວ່າດ້ວຍການຮ່ວມມືໄລຍະຫຼັງສົງຄາມ, ທ່ານປະທານນາທິບໍດີ ຝະລັ່ງ Emmanuel Macron ໄດ້ບົກອອກຄຳຮຽກຮ້ອງທີ່ວ່າ, ຝະລັ່ງ ແລະ ເຢຍລະມັນ ຄວນພ້ອມກັນກາຍເປັນບັນດາປະເທດນຳໜ້າ ໃນວິວັດການສ້າງສາ ເອີລົບ ຄືນໃໝ່.
ຝະ​ລັ່ງ, ເຢຍ​ລະ​ມັນ ເໜັ້ນ​ໜັກ​ບົດ​ບາດ​ນຳ​ໜ້າ​ໃນ​ວິ​ວັດ​ການ​ສ້າງ​ສາ ເອີ​ລົບ ຄືນ​ໃໝ່ - ảnh 1ທ່ານປະທານນາທິບໍດີ ຝະລັ່ງ Emmanuel Macron (ຂວາ) ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz  ທີ່ພິທີເມື່ອວັນທີ 21/1/2023  (ພາບ: AFP/ TTXVN)

    ທ່ານປະທານນາທິບໍດີ ຝະລັ່ງ Emmanuel Macron ໄດ້ຊີ້ໃຫ້ເຫັນວ່າ ດ້ວຍຖານະເປັນປະທານນຳໜ້າ, ໜ້າທີ່ທຳອິດຂອງ ຝະລັ່ງ ແລະ ເຢຍລະມັນ ແມ່ນພ້ອມກັນສ້າງຮູບແບບພະລັງງານໃໝ່ ຜ່ານຜ່າຄວາມແຕກໂຕນລະຫວ່າງສອງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຖືວ່າ ອະນາຄົດຂອງ ເອີລົບ ແມ່ນຂຶ້ນກັບ “ກຳລັງໜູນນຳພາຂອງ” ຝະລັ່ງ ແລະ ເຢຍລະມັນ. ທ່ານເໜັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງ ຝະລັ່ງ ແລະ ເຢຍລະມັນ ຍາມໃດກໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ.

ຝະລັ່ງ ແລະ ເຢຍລະມັນ ໄດ້ເຊັນສົນທິສັນຍາ Elysee ເມື່ອປີ 1963 ກ່ຽວກັບການຮ່ວມມືສອງຝ່າຍໄລຍະຫຼັງສົງຄາມໂລກຄັ້ງທີ 2 ໃນມຸກຂົງເຂດ, ຈາກການຮ່ວມມືດ້ານການທະຫານ ຕະຫຼອດຮອດການພົບປະແລກປ່ຽນຊາວໜຸ່ມ….

ຕອບກັບ

ຂ່າວ/ບົດ​ອື່ນ