ຝ່າຍຄ້ານກຳປູ​ເຈຍ ຕ້ອງຮັບຜິດຊອບກ່ຽວກັບ ສະພາບຂາດສະຖຽນລະພາບ


ຝ່າຍຄ້ານກຳປູ​ເຈຍ ຕ້ອງຮັບຜິດຊອບກ່ຽວກັບ ສະພາບຂາດສະຖຽນລະພາບ - ảnh 1

ການ​ແຫ່ປະ​ທ້ວງຢູ່ກຳປູເຈຍ

(ພາບ: AFP-TTXVN)

(vovworld)- ລັດຖະບານກຳປູເຈຍ ກ່າວ​ຫາ​ການ​ນຳ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ກະຕຸກ​ຊຸກຍູ້​ການ​ປະ​ທ້ວງ, ກໍ່​ຄວາມ​ວຸ້ນວາຍ, ກໍ່​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ ​ແລະ ຊີວິດ​ອິນ​ຊີ​ໃຫ້​ແກ່ ປຊຊ.

  ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 4/1 ຢູ່​ນະຄອນຫຼວງ​ພະນົມ​ເປັນ, ລັດຖະ​ມົນຕີ Keo Remy ​ໂຄສົກ​ອົງການ​ຖະ​ແຫຼ​ງຂ່າວ ​ແລະ ປະຕິກິລິຍາ​ດ່ວນ​ຂອງ​ສະພາ​ລັດຖະມົນຕີ​ກຳປູ​ເຈຍ ຢືນຢັນ​ວ່າ: ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້ ມີ​ພະຍານ​ຫຼັກ​ຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຢັ້ງຢືນ​ວ່າ​ພັກ​ຝ່າຍ​ຄ້ານ CNRP ​ໄດ້ກະຕຸກ​ຊຸກຍູ້​ການ​ແຫ່ປະ​ທ້ວງ​ໃຊ້​ຄວາມ​ຮຸນ​ແຮງຄັ້ງຕ່າງໆ. ລັດຖະ​ມົນຕີ Keo Remy ຍັງ​ຖື​ວ່າ: ມີສັນຍານ​ໃຫ້​ເຫັນ​ວ່າ ບັນດາ​ອົງການ​ປະກອບອາວຸດ​ຈາກ​ຕ່າງປະ​ເທດອາດ​ຈະ​ຢືນ​ຢູ່​ເບື້ອງ​ຫຼັງບັນດາ​ເຫດການ​ກໍ່​ຄວາມ​ວຸ້ນວາຍ​ໃນ​ໄລຍະ​ຜ່ານ​ມາ.

  ​ໃນ​ວັນ​ດຽວ​ກັນ, ສານ​ພະນົມ​ເປັນ​ ໄດ້ປະກາດໃຊ້ 2 ຄຳ​ສັ່ງ​ຮຽກ​ຕົວ​ສະ​ເພາະ​ສຳລັບ​ທ່ານ Sam Rainsy ປະທານ CNRP ​ແລະ ທ່ານ Kem Sokha ຮອງ​ປະທານ CNRP ຍ້ອນ​ກ່ຽວຂ້ອງ​ເຖິງ​ຄຳ​ກ່າວ​ຫາ​ກະຕຸ​ກຊຸ​ກຍູ້​ເພື່ອ​ກໍ່​ໃຫ້​ເກີດ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ