ຝ່າຍຄ້ານຊີຣີເຫັນດີຈັດສົ່ງຄະນະຜູ້ແທນເອກະພາບເຂົ້າຮ່ວມການເຈລະຈາເຊີແນວ

(VOVWORLD) -ວັນທີ 24 ພະຈິກ, ຝ່າຍຄ້ານຖືກແບ່ງແຍກຂອງຊີຣີ ແຈ້ງວ່າ, ໄດ້ບັນລຸຂໍ້ຕົກລົງຈັດສົ່ງຄະນະຜູ້ແທນຮ່ວມ ໃຫ້ 50 ກຸ່ມເຂົ້າຮ່ວມບັນດາການເຈລະຈາສັນຕິພາບ ໂດຍສະຫະປະຊາຊາດ ເປັນຄົນກາງໄກ່ເກ່ຍ ຈະດຳເນີນໃນອາທິດຈະມາເຖິງຢູ່ເຊີແນວ, ປະເທດສະວິດ.

ຝ່າຍຄ້ານຊີຣີເຫັນດີຈັດສົ່ງຄະນະຜູ້ແທນເອກະພາບເຂົ້າຮ່ວມການເຈລະຈາເຊີແນວ - ảnh 1

 ຝ່າຍຄ້ານຊີຣີເຫັນດີຈັດສົ່ງຄະນະຜູ້ແທນເອກະພາບເຂົ້າຮ່ວມການເຈລະຈາເຊີແນວ

(ພາບ: AFP TTXVN)

ເມື່ອຕອບສຳພາດຕໍ່ບັນດານັກຂ່າວຢູ່ Riyadh, ສະມາຊິກຂອງກຸ່ມເຈລະຈາ Bassma Kodmani ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ເຫັນດີກັບ 2 ສາຂາຝ່າຍຄ້ານອື່ນຈັດສົ່ງຄະນະຜູ້ແທນເອກະພາບຄະນະໜຶ່ງ ເຂົ້າຮ່ວມບັນດາການເຈລະຈາໂດຍກົງຢູ່ເຊີແນວ”. ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ, ມີກຸ່ມຝ່າຍຄ້ານກຸ່ມໜຶ່ງທີ່ມີສຳນັກງານຕັ້ງຢູ່ມົດສະກູ ກໍ່ໄດ້ເຫັນດີເຂົ້າຮ່ວມ. ຕາມທ່ານ Kodmani ແລ້ວ, ບັນດາຝ່າຍຈະສືບຕໍ່ຈັດກອງປະຊຸມໃນວັນທີ 24 ພະຈິກ ເພື່ອເປັນເອກະພາບບັນຊີລາຍຊື່ ແລະ ຈຳນວນຜູ້ຕາງໜ້າຂອງແຕ່ລະກຸ່ມ.

        ຄຳຖະແຫຼງດັ່ງກ່າວຖືກຍົກອອກມາໃນມື້ທີ່ 2 ຂອງກອງປະຊຸມໂດຍ ຊະອຸດີ ອາຣາເບຍ ອຸປະຖຳຖືກດຳເນີນຢູ່ນະຄອນຫຼວງ Riyadh, ໂດຍມີການເຂົ້າຮ່ວມຂອງທູດພິເສດສະຫະປະຊາຊາດ ປະຈຳຊີຣີ Staffan de Mistura, ໄດ້ເຕົ້າໂຮມຜູ້ຕາງໜ້າຂອງຝ່າຍຄ້ານປະມານ 140 ຄົນເພື່ອແນໃສ່ຊອກຫາທັດສະນະລວມກ່ອນການເຈລະຈາຢູ່ເຊີແນວ, ຄາດວ່າຈະຖືກດຳເນີນໃນວັນທີ 28 ພະຈິກຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ