ຝ່າຍເຊື້ອແດງເປີດສູນຕິດຕາມກວດກາການລົງປະຊາມະຕິ

ຝ່າຍເຊື້ອແດງເປີດສູນຕິດຕາມກວດກາການລົງປະຊາມະຕິ - ảnh 1
ຫົວ​ໜ້າ​ຝ່າຍ​ເຊື້ອ​ແດງ ​ຈະ​ຕຸ​ພອນ ພ​ຣົມ​ພັນ
(ພາບ​ປະ​ກອບ: asiaprovocateur.com)

(vovworld) – ​ ​ ​ ວັນ​ທີ 05/06, ແນວ​ໂຮມ​ປະຊາທິປະ​ໄຕຕ້ານ​ພະ​ເດັດ​ການ (UDD) ຫຼື ເອີ້ນ​ວ່າ ຝ່າ​ຍ​ເຊື້ອ​ແດງ, ໄດ້​​ເປີດ​ສູນ​ຕິດ​ຕາມກວດ​ກາ​ການ​ລົງ​ປະ​ຊາ​ມະ​ຕິ ກ່ຽວ​ກັບ​ຮ​່າງ​ລັດ​ຖະ​ທຳ​ມະ​ນູນ​ໃໝ່​ຂອງ​ໄທ, ສູນ​ດັ່ງ​ກ່າວ​ຕັ້ງຢູ່​ນະ​ຄອ​ນ​ຫຼວງ​ບາງກອກ. ຈຸດ​ປະ​ສົງ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ແມ່ນ​ປະ​ສານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ໂດຍ​ສະ​ມາ​ຊິກ​ຂອງ UDD ປະ​ຕ​ິ​ບັດ ຢູ່​ບັນ​ດາ​ສະ​ຖານ​ທີ່​ລົງ​ປະ​ຊາ​ມະ​ຕິ, ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​​ເພື່ອ​ຄົ້ນ​ພົບ​ບັນ​ດ​າ​ການ​ກະ​ທຳ​ສໍ້​ໂກງ​ໃນ​ວັນ​ປ່ອນ​ບັດ ແລະ ຫຼັງ​ຈາກ​ການ​ປ່ອນ​ບັດ. ​ກ່ອນ​ທີ່​ດຳ​ເນີນ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ການ​ເປີດ​ສູນ​ຕິດ​ຕ​າ​ມກວດກ​ານີ້, ຕຳ​ຫຼວດ ແລະ ພົນ​ທະ​ຫານ​ໄດ້​ຮຽກ​ຮ້ອງ​ໃຫ້​ຫົວ​ໜ້າ​ຝ່າຍ​ເຊື້ອ​ແດງ ​ຈະ​ຕຸ​ພອນ ພ​ຣົມ​ພັນ ບໍ່​ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ. ແຕ່​ວ່າ, ທ່ານ ​ຈະ​ຕຸ​ພອນ ພ​ຣົມ​ພັນ ຍັງ​ດຳ​ເນີນ​ການ​ເປີດ​ສູນ​ຕິດ​ຕາ​ມກວດກ​າ. ຫົວ​ໜ້າ​ຝ່າຍ​ເຊື້ອ​ແດງ​ຜູ້ນີ້ ຫາ​ກໍ​ຖືກ​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ​ເປັນ​ເວ​ລາ 6 ເດືອນ, ແຕ່​ຖືກ​ໂຈະ​ການປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ໄວ້.

ຂ່າວ/ບົດ​ອື່ນ