ພັກ, ລັດຍາມໃດກໍຈາລຶກບຸນຄຸນຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

ພັກ, ລັດຍາມໃດກໍຈາລຶກບຸນຄຸນຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ຈັດ​ຕັ້ງ​ກິດ​ຈະ​ກຳ​ຮຽບ​ຮຽງປຶ້ມ​ຄວາມ​ ຊົງ​ຈຳ​ຂອງ​ທະ​ຫານ...

(vovworld)- ຕອນ​ບ່າຍ​ວັນ​ທີ 20/4, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ຈັດ​ຕັ້ງ​ກິດ​ຈະ​ກຳ​ຮຽບ​ຮຽງປຶ້ມ​ຄວາມ​ຊົງ​ຈຳ​ຂອງ​ທະ​ຫານ ພ້ອມ​ກັບ​ຄະ​ນະ​ຕິດ​ຕໍ​ສື່​ສານ​ສະ​ມາ​ຄົມ​ເພື່ອ​ຮ່ວມກົມກອງ, ນັກ​ຮົບ​ເກົ່າ​ກອງ​ພົນ 5 ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ສະ​ເໜີ​ຄະ​ນະ​ຊີ້​ນຳ ແລະ ຄະ​ນະ​ຈັດ​ຕັ້ງ​ກິດ​ຈະ​ກຳ​ຮຽບ​ຮຽງປຶ້ມ​ຄວາມ​ຊົງ​ຈຳ​ຂອງ​ທະ​ຫານ ຕ້ອງກວດ​ກາ​ຢ່າງ​ລະ​ອຽດ, ຊັດ​ເຈນ​ກ່ຽວ​ກັບ​ຊື່​ທ້ອງ​ຖິ່ນ, ຊື່​ຂອງ​ບຸກ​ຄົນ, ປະ​ຕິ​ບັດ​ຕາມ​ກາ​ນ​ຊີ້​ນຳ​ຂອງ​ພັກ  ແລະ ລັດ​ເພື່ອ​ສ້າງ​ປຶ້ມ​ປະ​ຫວັດ​ສາດ​ທີ່​ມີ​ຄວາມ​ຈິງ​ກ່ຽວ​ກັບ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ອິດ​ສະຫຼະ​ພາບ​ມາ​ໃຫ້​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຢື​ນ​ຢັນ​ວ່າ ພັກ, ລັດ​ຍາມ​ໃດ​ກໍ​ຈາ​ລຶກ​ບຸນ​ຄຸນ​ຂອງ​ຜູ້​ທີ່​ມີ​ຄຸນ​ງາມຄວາມ​ດີ​ຕໍ່​ປະ​ເທດ​ຊາດ. 
ຂ່າວ/ບົດ​ອື່ນ