ພັກກູ້ຊາດຮັກສາຄະນະການນຳໃໝ່ໄວ້

ພັກກູ້ຊາດຮັກສາຄະນະການນຳໃໝ່ໄວ້ - ảnh 1
​ທ່ານ Ken Sokha  ຮັກສາ​ຕຳ​ແໜ່​ງ​ເປັນ​ປະທານ
​ພັກ​ຈົນ​ຮອດ​ເວລາ​ສິ້ນ​ສຸດ​ອາຍຸ​ການ
(ພາບ: AFP/TTXVN)

(vovworld) - ຄະນະ​ບໍລິຫານງານ​ສູນ​ກາງ​ພັກ​ກູ້​ຊາດ​ (CNRP) ຝ່າຍ​ຄ້ານ ກຳປູ​ເຈຍ ຕັດສິນ​ຮັກສາ​ຄະນະ​ການ​ນຳ​ໃໝ່​ຂອງ​ພັກ​ນີ້​ໄວ້, ​ແຕ່​ຖອນ​ອອກ​ຄຳ​ຂວັນ​ໜຶ່ງໃນ​ນະ​ໂຍບາຍ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ນີ້ ສຳລັບ​ການ​ເລືອກ​ຕັ້ງ​ສະພາ​ຕາ​ແສງ​ໃນ​ເດືອນ 6 ຈະ​ມາ​ເຖິງ. ຕາມ​ຂໍ້​ຕົກ​ລົງ ​ເຊິ່ງ​​ຄະນະ​ບໍລິຫານ​ງານ​ສູນ​ກາງ CNRP ຍົກ​ອອກ​ມາ​ພາຍຫລັງ​ກອງ​ປະຊຸມ​ໃນ​ຕອນ​ບ່າຍ​ວັນ​ທີ 02/04, CNRP ​ອີກ​ຄັ້ງ​ໜຶ່ງສະໜັບສະໜູນ​ທ່ານ Ken Sokha ທີ່​ປ່ຽນ​ແທນ​ໃຫ້​ທ່ານ Sam Raisy ຮັກສາ​ຕຳ​ແໜ່​ງ​ເປັນ​ປະທານ​ພັກ​ຈົນ​ຮອດ​ເວລາ​ສິ້ນ​ສຸດ​ອາຍຸ​ການ; ສ່ວນທ່ານ Pol Hom, ທ່ານ​ນາງ Mu Sochu ​ແລະ ທ່ານ Eng Chhay Eang ​ດຳລົງ​ຕຳ​ແໜ່​ງເປັນ​ຮອງ​ປະທາ​ນພັກ.


ຕອບກັບ

ຂ່າວ/ບົດ​ອື່ນ