ພັກ​ກອມ​ມູ​ນິດ ອາ​ເມ​ລິ​ກາ​ສົ່ງ​ສານ​ມິດ​ຕະ​ພາບ​ໄປ​ຍັງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ໃຫຍ່​ຜູ​້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອ​ງ​ພັກ

(VOVWORLD) - ພັກກອມມູນິດ ອາເມລິກາໄດ້ສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ
ພັກ​ກອມ​ມູ​ນິດ ອາ​ເມ​ລິ​ກາ​ສົ່ງ​ສານ​ມິດ​ຕະ​ພາບ​ໄປ​ຍັງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ໃຫຍ່​ຜູ​້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອ​ງ​ພັກ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມຸນິດຫວຽດນາມຈະໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 26 ມັງກອນ

ສານໃຫ້ຮູ້ວ່າ ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກສຳລັບທຸກປະເທດໃນໂລກ ຍ້ອນໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ ພາຍໃຕ້ການນຳພາ ແລະ ກຳນົດທິດຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ບັນລຸໄດ້ຜົນງານຍິ່ງໃຫຍ່ຫຼາຍຢ່າງ. ກ່ອນອື່ນໝົດ, ຫວຽດນາມ ແມ່ນແບບຢ່າງທີ່ດີໃນເວທີສາກົນ ໃນວຽກງານຄວບຄຸມ ໂລກລະບາດໂຄວິດ - 19. ຫວຽດນາມກໍ່ປະສົບຜົນສຳເລັດໃນການດຳລົງຕຳແໜ່ງເປັນປະທານອາຊຽນ ອາຍຸກການ 2020. ຜ່ານການນຳພາຂອງຫວຽດນາມ, ການຮ່ວມມືໃນພາກພື້ນບັນລຸລະດັບສູງໃໝ່ ດ້ວຍການລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP), ເຊິ່ງແມ່ນຂໍ້ຕົກລົງການຄ້າໃຫຍ່ທີ່ສຸດຂອງໂລກ.

        ພັກກອມມູນິດ ອາເມລິການສືບຕໍ່ຢຶດໝັ້ນ ສະໜັບສະໜູນນ້ຳໃຈມິດຕະພາບ ກັບພັກກອມມູນິດ ຫວຽດນາມ ໃນທຸກສິ່ງທ້າທາຍ ໃນປັດຈຸບັນ ແລະ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ