ພັກຝ່າຍຄ້ານກຳປູເຈຍ ຖືກກ່າວຫາກໍ່ຄວາມ ຂາດສະຖຽນລະພາບ ໃນສັງຄົມ


ພັກຝ່າຍຄ້ານກຳປູເຈຍ ຖືກກ່າວຫາກໍ່ຄວາມ ຂາດສະຖຽນລະພາບ ໃນສັງຄົມ - ảnh 1

ກອງທັບກຳປູ​ເຈຍ​ລາດ​ຕາ​ເວັນ

(ພາບ: AFP-TTXVN)

 (vovworld)- ​ວັນ​ທີ 27/1, ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ​ໄດ້​ອອກສຽງ​ກ່າວ​ຫາ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ​ໄດ້​ມີ​ເຈຕະນາ​ຍູ້​ປະ​ເທດ​ກຳປູ​ເຈຍ​ຕົກ​ເຂົ້າສູ່​ສະພາບ​ຂາດ​ສະຖຽນ​ລະ​ພາບ ​ແລະ ສັບສົນ​ວຸ້ນວາຍ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Neang Phat ລັດຖະມົນ​ຕີກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ຖື​ວ່າ, ​ເລື່ອງ CNRP ບໍ່ຮັບ​ຮູ້​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ລັດຖະບານ​ອາຍຸ​ການ​ທີ 5 ​ແມ່ນ​ການ​ກະທຳ​ຕັ້ງ​ໃຈ​ກໍ່​ໃຫ້​ເກີດ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທາງ​ສັງຄົມ. ທ່ານ Neang Phat ​ໄດ້​ຢ້ຳຄືນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ຮຽກຮ້ອງ​ໃຫ້​ບັນດາ​ກຳລັງ​ປະກອບ​ອາວຸດ​ກຳປູ​ເຈຍ ຈົ່ງ​ຮັກ​ພັກດີ​ປົກ​ປ້ອງ​ລັດຖະທຳ​ມະນູນ, ກະສັດ ​ແລະ ລັດຖະບານ, ຮັບປະກັນ​ບໍ່​ໃຫ້​ເກີດ​ບໍ່​ວ່າການ​ກະທຳ​ລະ​ເມີດ​ກົດໝາຍ, ຕ້ານ​ທຳລາຍ ​ແລະ ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃດໆ./.

ຂ່າວ/ບົດ​ອື່ນ