ພັດ​ທະ​ນາ ລ​ອງ​ຊວຽນ ​ໃຫ້ສົ​ມ​ເປັນ​ຕົວ​ເມືອງ​ແບບ​ຢ່າງ​ຂອງ ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 20 ສິງຫາ, ຢູ່ນະຄອນ ລອງຊວຽນ, ແຂວງອານຢາງ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 230 ປີ ແຫ່ງວັນສ້າງຕັ້ງ ຖູດົງຊວຽນ, 20 ປີແຫ່ງວັນສ້າງຕັ້ງນະຄອນລອງຊວຽນ, 10 ປີ ແຫ່ງວັນນະຄອນ ລອງຊວຽນ ເປັນຕົວເມືອງລະດັບ II ແລະ ຊົມເຊີຍນະຄອນ ໄດ້ຮັບຮອງວ່າປະຕິບັດສຳເລັດໜ້າທີ່ກໍ່ສ້າງຊົນນະບົດໃໝ່.
ພັດ​ທະ​ນາ ລ​ອງ​ຊວຽນ ​ໃຫ້ສົ​ມ​ເປັນ​ຕົວ​ເມືອງ​ແບບ​ຢ່າງ​ຂອງ ເຂດທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1 ແຂວງ ອານຢາງ ມອບໃບຍ້ອງຍໍໃຫ້ແກ່ບັນດາອົງການປະກອບສ່ວນເຂົ້າການພັດທະນາຂອງ ນະຄອນ ລອງຊວຽນ (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ ຕີລາຄາສູງຕໍ່ບັນດາຜົນງານອັນສຳຄັນຂອງນະຄອນ ລອງຊວຽນ ໃນໄລຍະທີ່ຜ່ານມາ, ຢັ້ງຢືນບົດບາດເປັນສູນພັດທະນາຂອງແຂວງ ອານຢາງ ເວົ້າສະເພາະ, ເຂດສີ່ລ່ຽມ ລອງຊວຽນ ເວົ້າລວມ. ທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ ນະຄອນສືບຕໍ່ຂຸດຄົ້ນທ່າໄດ້ປຽບກ່ຽວກັບ ການຄ້າ, ການບໍລິການ, ການທ່ອງທ່ຽວຢ່າງແຮງ, ມີຍຸດທະສາດພັດທະນາໃນບາງຂົງເຂດຕ່າງໆ. ໄປຄຽງຄູ່ກັນນັ້ນ, ແຂວງອານຢາງ ຄວນມີນະໂຍບາຍ, ກົນໄກເພີ່ມທະວີການລົງທຶນເຂົ້າໃນລະບົບພື້ນຖານໂຄງລ່າງ, ເຕັກນິກຢ່າງຄົບຊຸດ ເພື່ອໃຫ້ລອງຊວຽນກາຍເປັນຕົວເມືອງອັດສະລິຍະ, ພັດທະນາຢ່າງຮອບດ້ານ, ສົມເປັນຕົວເມືອງແບບຢ່າງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບິ່ງກ່າວວ່າ:

        ກ້າວເຂົ້າໄລຍະພັດທະນາໃໝ່, ດ້ວຍບັນດາຄວາມຮຽກຮ້ອງຕ້ອງການໃໝ່ທີ່ວາງອອກໄດ້, ຮຽກຮ້ອງໃຫ້ນະຄອນ ລອງຊວຽນ ຕ້ອງມີຈິນຕະນາການໃໝ່, ວິໄສທັດສູງ, ຄວາມມຸ່ງມາດປາດຖະໜາທີ່ຍິ່ງໃຫຍ່ ເພື່ອສືບຕໍ່ຢັ້ງຢືນໄດ້ບົດບາດ, ທີ່ຕັ້ງຂອງຕົນ, ຍາດແຍ່ງໄດ້ໂອກາດໃນການຂຸດຄົ້ນທ່າໄດ້ປຽບກ່ຽວກັບການຄ້າ, ການບໍລິການ, ການທ່ອງທ່ຽວ, ເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບສູງພາຍໃນແຂວງ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນເພື່ອສ້າງນະຄອນ ລອງຊວຽນ ໃຫ້ສົມກັບທີ່ຕັ້ງເປັນສູນກາງພັດທະນາແຖວໜ້າຂອງແຂວງ, ຂອງເຂດ

ຕອບກັບ

ຂ່າວ/ບົດ​ອື່ນ