ພັດທະນາຕົວເມືອງສະຫລາດ,ປະກອບສ່ວນສ້າງອຳນາດການປົກຄອງຂະຫຍັນຂັນເຄື່ອນ,ມີປະສິດທິຜົນ

ພັດທະນາຕົວເມືອງສະຫລາດ,ປະກອບສ່ວນສ້າງອຳນາດການປົກຄອງຂະຫຍັນຂັນເຄື່ອນ,ມີປະສິດທິຜົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ເຮັດ​ວຽກ ​ແລະ ​ໂອ້​ລົມ​ຫົວ​ເລື່ອງ
​ສະ​ເພາະ​ຢູ່​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ


(vovworld) - ​ ຕອນ​ບ່າຍ​ວັນ​ທີ 14/09 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ການ​ເຮັດ​ວຽກ ​ແລະ ​ໂອ້​ລົມ​ຫົວ​ເລື່ອງ​ສະ​ເພາະ​ຢູ່​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ກ່ຽວ​ກັບ​ການ​ສ້າງ​ຕົວ​ເມືອງ​ສະຫລາດ, ສ້າງ​ລັດຖະບານ​ສະຫລາດ​ກ້າວ​​ໄປ​ເຖິງການ​ສ້າງ​ປະ​ເທດ​​ສະຫລາດ. ນະ​ທີ່​ນີ້ ທ່ານ​ປະທານ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຍົກ​ອອກ​ບັນດາ​ຈຸດໝາຍ​ພັດທະນາ​ຕົວ​ເມືອງ​ຕະຫລາດ ​ແລະ ​ເຕື້ອງ​ເຖິງ 4 ມາດ​ຕະການ​ພື້ນ​ຖານ​ຂອງ​ການ​ສ້າງ​ຕົວ​ເມືອງ​ສະຫລາດ, ​ໃນ​ນັ້ນ ​ເນັ້ນ​ໜັກ​ເຖິງ​ເລື່ອງ ສ້າງ​ອຳນາດ​ການ​ປົກຄອງ​ຕາມ​ຄາດ​ຄະ​ເນກ່ຽວ​ກັບ​ການພັດທະນາ, ຫລີກ​ລ້ຽງ​ການຕິດ​ຂັດ, ວິ​ກິດ​ການ, ຮັບປະກັນ​ການພັດທະນາ​ແບບ​ຍືນ​ຍົງ ດ້ວຍ​ການ​ເຂົ້າ​ຮ່ວມ​ຄຸ້ມ​ຄອງ​ຂອງ​ປະຊາຊົນ…​ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສະ​ເໜີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເປັນ​ເຈົ້າ​ການ​ສ້າງ​ແຜນຮ່າງ​ຕົວ​ເມືອງສະຫລາດ​ໂດຍ​ໄວ; ​ເພີ່ມ​ທະວີ​ການໂຄສະນາ​ຍົກ​ສູງຄວາມ​ຮັບ​ຮູ້, ປ່ຽນ​ແປງ​ການ​ກະທຳ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ.

ຂ່າວ/ບົດ​ອື່ນ