ພັດທະນາສະຫະກອນແບບຍືນຍົງໂດຍຜ່ານການຮ່ວມມື

(VOVWORLD) - ວັນທີ 07 ກໍລະກົດ, ທີ່ຮ່າໂນ້ຍ, ດ້ວຍຖານະເປັນສະມາຊິກຂອງສະຫະພັນສະຫະກອນສາກົນແຕ່ປີ 1988 ຢ່າງເປັນທາງການ, ສະຫະພັນສະຫະກອນ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນສະຫະກອນສາກົນ (CoopsDay)
ພັດທະນາສະຫະກອນແບບຍືນຍົງໂດຍຜ່ານການຮ່ວມມື - ảnh 1(ພາບປະກອບ/KT)

ແນໃສ່ແນະນຳກ່ຽວກັບຂະບວນການສະຫະກອນສາກົນ, ຢືນຢັນບົດບາດ, ທີ່ຕັ້ງ ແລະ ບັນດາການປະກອບສ່ວນສຳຄັນຂອງສະຫະກອນ ຫວຽດນາມ ໃນການພັດທະນາ ເສດຖະກິດ - ສັງຄົມ ແລະ ກໍ່ສ້າງປະຊາຄົມພັດທະນາ ແລະ ກ້າວໜ້າຂອງປະເທດຊາດ.

        ຢູ່ ຫວຽດນາມ, ໃນເກືອບ 30 ປີຜ່ານມາ, ສະຫະພັນສະຫະກອນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວຮ່ວມມືພັດທະນາຂອງສະຫະພັນສະຫະກອນສາກົນ, ສະຫະພັນສະຫະກອນສາກົນພາກພື້ນ ອາຊີ - ປາຊີຟິກ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ Chang Hee-lee ຜູ້ອຳນວຍການອົງການແຮງງານສາກົນ (ILO) ປະຈຳ ຫວຽດນາມ ຖືວ່າ:

        “ຂະບວນການສະຫະກອນອີງໃສ່ບັນດາຄຸນຄ່າພິເສດກ່ຽວກັບການເພີ່ງຕົນເອງ, ກຸ້ມຕົນເອງ, ຮັບຜິດຊອບເອງ, ປະຊາທິປະໄຕ, ຍຸຕິທຳ, ສະເໝີພາບ ແລະ ສາມັກຄີ; ກໍ່ຄືບັນດາຄຸນຄ່າຄຸນສົມບັດສັດຊື່, ເປີດອົກເປີດໃຈ, ຄວາມຮັບຜິດຊອບທາງສັງຄົມ ແລະ ເອົາໃຈໃສ່ເຊິ່ງກັນ ແລະ ກັນ. ນັ້ນແມ່ນເສົາຄ້ຳສຳຄັນຂອງສັງຄົມ ແລະ ພື້ນຖານເສດຖະກິດໃນວັນນີ້”.

        ຫົວຂໍ້ຂອງວັນສະຫະກອນສາກົນປີ 2018 ສຸມໃສ່ເຂົ້າໃນບັນດາເປົ້າໝາຍການພັດທະນາແບບຍືນຍົງດ້ວຍຈິດໃຈ “ການຊົມໃຊ້ ແລະ ການຜະລິດທີ່ມີຄວາມຮັບຜິດຊອບ”. ປັດຈຸບັນ, ບັນດາສະຫະກອນ ຫວຽດນາມ ກໍ່ພວມກ້າວໄປເຖິງຄວາມປອດໄພຂອງສະພາບແວດລ້ອມ ແລະ ປະຊາຄົມ, ຕິດພັນກັບລະບົບມູນຄ່າແຕ່ການຜະລິດເຖິງການບໍລິໂພກອຸປະໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ