ພິທີຊັກທຸງແລະສະເຫຼີມສະຫຼອງ20ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ

ພິທີຊັກທຸງແລະສະເຫຼີມສະຫຼອງ20ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ - ảnh 1
(ທີ່​ພິທີຊັກ​ທຸງ​ ແລະ ​ສະ​ເຫຼີ​ມສະຫຼອງ 20 ​ປີ
​ແຫ່ງ​ວັນ​ຫວຽດນາມ​ ເຂົ້າ​ເປັນ​ສະ​ມາຊິກ​ອາ​ຊຽນ)


​​(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີຊັກ​ທຸງ​ ແລະ ​ສະ​ເຫຼີ​ມສະຫຼອງ 20 ​ປີ​ແຫ່ງ​ວັນ​ຫວຽດນາມ​ ເຂົ້າ​ເປັນ​ສະ​ມາຊິກ​ອາ​ຊຽນ (28/07/1995 – 18/07/2015), ຢູ່​ນະຄອນ​​ໂຮ່ຈິ​ມິນ, ທ່ານ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄ​ອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ: ກວ່າ 20 ປີຜ່ານ​ມາ, ຍາມ​ໃດ​ອາ​ຊຽນ ກໍ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ວິວັດທະນາ​ການ​​ເຊື່ອມ​ໂຍງ​ເຂ​ົ້າ​ກັບ​ສາກົນ. ດ້ວຍ​ບົດບາດ​​ແມ່ນ​​​ຕົວ​ເມືອງ​ພິ​ເສດ, ​ໃຈກາງ​ເສດຖະກິດ, ວັດທະນະທຳ​ຂອງ​ທົ່ວ​ປະ​ເທດ, ນະ​ຄອນ​ໂຮ່ຈິ​ມິນ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມສຳພັນກັບ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ຢ່າງ​ມີ​ປະສິດທິ​ຜົນ. ປະຈຸ​ບັນ, ນະຄອນ​ໂຮ່ຈິ​ມິນ ​ມີ 1.100 ​ໂຄງການ​ລົງທຶນ​ຂອງບັນດາ​ວິ​ສາ​ຫິດ​ໃນ​ກຸ່ມ​ອາຊຽນ ດ້ວຍ​ຍອດ​ຈຳນວນ​ເງິນລົງທຶນ 15 ຕື້ USD. ນອກ​ນັ້ນ, ນະຄອ​ນ ຍັງ​ຈັດການ​ເຄື່ອນ​ໄຫ​ວ​ເຊື່ອມ​ຕໍ່​ໃນ​ຫຼາຍ​ຂົງ​ເຂດ, ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

        ຕາງ​ໜ້າ​ໃຫ້​ຫົວໜ້າກົງສູນ​ໃຫຍ່​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ, ທ່ານ Sofia Akmalabd Karim, ຫົວໜ້າກົງ​ສູນ​​ໃຫຍ່​ມາ​ເລ​ເຊຍ ປະຈຳ​ນະ​ຄອນ​ໂຮ່ຈິ​ມິ​ນ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ແມ່ນ​ໜ້າ​ທີ່​ອັນ​ໃຫຍ່​ຫຼວງ. ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນບໍ່​ແມ່ນ​ສຸດ​ທ້າຍ​, ຫາກ​ແມ່ນ​ວິວັດ​ການ​ຕໍ່​ເນື່ອງ, ຮຽກຮ້ອງ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະຂອງ​ບັນດາ​ປະ​ເທດ​ສະມາຊິກ.

ຂ່າວ/ບົດ​ອື່ນ