ພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ພັນລະຍາ ໄດ້ຕ້ອນຮັບ, ຈັບມື ແລະ ເຊີນທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ຍື່ນຢູ່ບ່ອນກຽດຕິຍົດ.
ພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ - ảnh 1ພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ
(ພາບ:Thống Nhất – TTXVN)

ຕອນຄ່ຳວັນທີ 27 ພະຈິກ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ  ຍີ່ປຸ່ນ ຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ນະຄອນຫຼວງ ໂຕກຽວ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ.

        ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ພັນລະຍາ ໄດ້ຕ້ອນຮັບ, ຈັບມື ແລະ ເຊີນທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ຍື່ນຢູ່ບ່ອນກຽດຕິຍົດ. ຫຼັງຈາກນັ້ນ, ເພງຊາດ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ບັນເລັ່ງຂຶ້ນ. ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ພ້ອມກັນຍ່າງກວດກອງກຽດຕິຍົດ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ