ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ

(VOVWORLD) - ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປນະຄອນ Choisy le Roi, ຢ້ຽມຢາມສະໜາມຫຼວງ ສັນຍາ ປາຣີ ແລະ ພົບປະກັບບັນດາເພື່ອນມິດ ຝລັ່ງຂອງ ຫວຽດນາມ.

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ - ảnh 1 ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(ພາບ: Trí Dũng/TTXVN)

ຕອນເຊົ້າວັນທີ 26 ມີນາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ສ. ຝລັ່ງ, ໄດ້ຖືກຈັດຕັ້ງຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ປາຣີ.

        ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປນະຄອນ Choisy le Roi, ຢ້ຽມຢາມສະໜາມຫຼວງ ສັນຍາ ປາຣີ ແລະ ພົບປະກັບບັນດາເພື່ອນມິດ ຝລັ່ງຂອງ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາຄວາມມານະພະຍາຍາມຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ Choisy le Roi ໃນການຮັກສາບັນດາສະຖານທີ່, ເຂດປູຊະນີຍະສະຖານປະຫວັດສາດຕິດພັນກັບວິວັດການເຈລະຈາສັນຍາປາຣີ. ທ່ານກ່າວວ່າ:

        “ການເຈລະຈາສັນຍາ ປາຣີ ແຕ່ປີ 1968 ຫາປີ 1973 ຕິດພັນກັບການຕໍ່ສູ້ເພື່ອສັນຕິພາບ, ຄວາມເສລີຂອງ ຫວຽດນາມ, ຕິດພັນກັບພາລະກິດຕໍ່ສູ້ ເພື່ອສັນຕິພາບ ແລະ ຄວາມເປັນທຳຂອງປະຊາຊົນຜູ້ກ້າວໜ້າ ແລະ ຮັກຫອມສັນຕິພາບໃນໂລກ, ໄດ້ກາຍເປັນສ່ວນໜຶ່ງຂອງຄວາມຊົງຈຳທີ່ບໍ່ອາດຫຼົງລື່ມໄດ້ຂອງຊາວ ຫວຽດນາມ ຫຼາຍຄົນ ກໍ່ຄືປະຊາຊົນນະຄອນ Choisy le Roi. ເລື່ອງລົງນາມສັນຍາ ປາຣີ ໄດ້ເປັນຂີດໝາຍໄຊຊະນະຂອງວິວັດການເຈລະຈາຍາວນານ, ແມ່ນໝາກຜົນຂອງໄຊຊະນະຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນສະໜາມຮົບທີ່ລຳບາກກາກກຳ, ພ້ອມທັງກໍ່ແມ່ນໄຊຊະນະຂອງບັນດາຂະບວນການຕ້ານສົງຄາມ, ຮັກສາສັນຕິພາບ, ສະໜັບສະໜູນ ຫວຽດນາມ ຂອງປະຊາຊົນ ຝລັ່ງ ແລະ ໂລກ ເຊິ່ງປະຊາຊົນນະຄອນ Choisy le Roi ມີການປະກອບສ່ວນບໍ່ໜ້ອຍ.”

ຕອບກັບ

ຂ່າວ/ບົດ​ອື່ນ