ພິ​ທີຖະ​ຫວາຍ​ທູບ​ທຽນ​ອາ​ຈານ ຈູ​ວັນ​ອານ ແລະ ເລີ່ມ​ຂຽນ​ໜັງ​ສື​ລະ​ດູ​ບານ​ໃໝ່ ປີ​ມະ​ລົງ

(VOVWORLD) - ເຂົ້າຮ່ວມລາຍການມີ ປຊຊ ເປັນຈຳນວນຫຼວງຫຼາຍ ໄດ້ມາຂໍຕົວໜັງສືຈາກບັນດາອາຈານທີ່ມາຈາກ ວັນມຽວ ກວັກຕືຢາມ ແລະ ສະຖາບັນຄົ້ນຄ້ວາພາສາຈີນນົມ.
ພິ​ທີຖະ​ຫວາຍ​ທູບ​ທຽນ​ອາ​ຈານ ຈູ​ວັນ​ອານ ແລະ ເລີ່ມ​ຂຽນ​ໜັງ​ສື​ລະ​ດູ​ບານ​ໃໝ່ ປີ​ມະ​ລົງ - ảnh 1

(ພາບ: TTXVN)

    ຕອນເຊົ້າວັນທີ 16 ກຸມພາ, ຢູ່ເຂດວີຫານອາຈານ ຈູວັນອານ ທີ່ຕາແສງ ແທັງລຽດ, ເມືອງແທັງຈີ່, ຮ່າໂນ້ຍ, ໄດ້ຈັດພິທີຖະຫວາຍທູບທຽນ ອາໄລຫາອາຈານ ຈູວັນອານ ແລະ ປະຕິບັດພິທີເລີ່ມຂຽນໜັງສືໃນໂອກາດລະດູບານໃໝ່ ປີມະໂລງ 2024.

  ເຂົ້າຮ່ວມລາຍການມີ ປຊຊ ເປັນຈຳນວນຫຼວງຫຼາຍ ໄດ້ມາຂໍຕົວໜັງສືຈາກບັນດາອາຈານທີ່ມາຈາກ ວັນມຽວ ກວັກຕືຢາມ ແລະ ສະຖາບັນຄົ້ນຄ້ວາພາສາຈີນນົມ.

ພິທີເລີ່ມຂຽນໜັງສືໃນໂອກາດຕົ້ນລະດູບານໃໝ່ ແມ່ນຈຸດວັດທະນະທຳທີ່ດີງາມຂອງຊາດ ຫວຽດນາມ, ແມ່ນການເຄື່ອນໄຫວມີຄວາມໝາຍທີ່ສັກສິດ, ແມ່ນການເລີ່ມຕົ້ນປີໃໝ່ທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍມູນເຊື້ອຂອງຊາດ ຫວຽດນາມ. ຜ່ານການຂຽນໜັງສືທຳອິດຂອງປີໃໝ່, ປຊຊ ແຕ່ລະຄົນໄດ້ຝາກຝັ່ງຄວາມເຊື່ອໝັ້ນ ກ່ຽວກັບການເລີ່ມຕົ້ນທີ່ດີງາມໃນການຮ່ຳຮຽນ, ຜົນງານໃນການຮ່ຳຮຽນ, ປະກອບສ່ວນພັດທະນາບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ