ພິທີບວດພະແກ້ວໃຫຍ່ສຸດຢູ່ຝລັ່ງ

 

ພິທີບວດພະແກ້ວໃຫຍ່ສຸດຢູ່ຝລັ່ງ  - ảnh 1
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທນເຊີນ ກ່າວຄຳເຫັນນະພິທີ
ບວດພະແກ້ວ

(vov) - ວັນ​ທີ 29/2, ພະມະຫາ​ອາຈານ ທິກ​ເຟຶອກ​ເດື່ອງ ​ເຈົ້າ​ອາວາດວັດ ຈຸກ​ເລີມ​ ຢູ່ ນະຄອນ Villebon sur Yvette ທາງ​ທິດ​ໃຕ້ ຊານ​ນະຄອນຫລວງ ປາຣີ ​ໄດ້​ຈັດ​ຕັ້ງ

ພິທີບວດ​ພະ​ແກ້ວ​ໃຫຍ່​ສຸດ​ຢູ່​ຝລັ່ງ ​ໂດຍ​ແມ່ນ​ສາສະ​ນິກະ​ຊົນ ດັ້ງ​ທິບີ​ກຮ່ວາ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ໄປສະນີ​ດ່ວນ​ຫວຽດນາມ ​ເຄນ​ຖະຫວາຍ​ໃຫ້​ແກ່​ວັດ​ຈຸກ​ເລີມ. ພະ​ແກ້ວ​ມີ​ຄວາມ​ສູງ​ເກືອ​ບ 1 ​​ແມດ, ຫນັກ 270 ກິ​ໂລກາມ ​​​ເຊິ່ງເປັນ​ແກ້ວມະນີ​ທີ່​ຫາ​ຍາກ. ກ່າວຄຳ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ແທນ​ເຊີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ເວົ້າ​ວ່າ:

“ການ​ມີຫນ້າ​ຂອງ​ພວກ​ທ່ານ ​ແລະ ​ເພື່ອນ​ມິດຢູ່​ທຸກ​ແຫ່ງ ​ເພື່ອ​ເຫັນ​ປະຈັກ​ຕາ​ພິທີ​ບວດ​ພະ​ແກ້ວ​ເປັນ​ຄັ້ງ​ທຳ​ອິດ ຢູ່ ປາຣີ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ສະຫນິດ​ຕິດ​ພັນ ລະຫວ່າງ​ປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດ ກັບ​ພໍ່​ແມ່​ປະຊາຊົນ​ຢູ່ ປາຣີ, ຝລັ່ງ ​ແລະ ​ໃນ​ທົ່ວ​​ໂລກ. ວັດ​ຈຸກ​ເລີມ​ຈະ​ກາຍ​ເປັນ​ສະຖານ​ທີ່​ເຕົ້າ​ໂຮມ ບໍ່​ພຽງ​ແຕ່​ສຳລັບ​ພຸດທະສາສະ​ນິກະ​ຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ, ຢູ່​ປາຣີ ​ເທົ່າ​ນັ້ນ ຫາກ​ພຸດທະສາສະ​ນິກະ​ຊົນ​ຈາກ​ຫລາຍ​ປະ​ເທດ​ຈະ​​ມາ​ຍັງ​ແຫ່ງນີ້​ເພື່ອນົບ​ໄຫວ້ພະ​ແກ້ວ, ພາວະນາ​ໃຫ້​ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກປະ​ເທດ​ຊາດພັດທະນາ, ສັນຕິພາບ, ມ​ວນມະນຸດມີຄວາມວັດ​ທະນາ​ຖາວອນ ​ແລະ​ເພື່ອ ຄວາມ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ຝລັ່ງ.

ນັກ​ຂ່າວ vov ປະຈຳ​ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ