ພິ​ທີ​ປຸກ​ລະ​ດົມ​ເດືອນ​ເຄື່ອ​ນ​ໄຫວ​ເພື່ອ​ຄວາມ​ປອດ​ໄພ, ຫຼັກອະ​ນາ​ໄມການ​ອອກ​ແຮງ​ງານ ແລະ ເດືອນ​ກຳ​ມະ​ກອນ

(VOVWORLD) -ດ້ວຍຫົວຂໍ້ “ເພີ່ມທະວີບັນດາມາດຕະການຫຼຸດຜ່ອນຄວາມສ່ຽງກ່ຽວກັບຄວາມປອດໄພ, ຫຼັກອະນາໄມການອອກແຮງງານ ປັບປຸງເງື່ອນໄຂການອອກແຮງງານຢູ່ບ່ອນເຮັດວຽກ; ຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ”, ເດືອນປຸກລະດົມປີນີ້ ຈະດຳເນີນແຕ່ວັນທີ 1 – 31 ພຶດສະພາ ຢູ່ກຳມະບານທຸກຂັ້ນໃນທົ່ວປະເທດ.
ພິ​ທີ​ປຸກ​ລະ​ດົມ​ເດືອນ​ເຄື່ອ​ນ​ໄຫວ​ເພື່ອ​ຄວາມ​ປອດ​ໄພ, ຫຼັກອະ​ນາ​ໄມການ​ອອກ​ແຮງ​ງານ ແລະ ເດືອນ​ກຳ​ມະ​ກອນ - ảnh 1ຮ້ານວາງສະແດງບັນດາວັດຖຸອຸປະກອນ, ເຄື່ອງມືປ້ອງກັນຄວາມປອດໄພໃນການອອກແຮງງານ (ພາບ: laodongthudo.vn)

ຕອນເຊົ້າວັນທີ 28 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປຸກລະດົມ ເດືອນເຄື່ອນໄຫວເພື່ອຄວາມປອດໄພ, ຫຼັກອະນາໄມການອອກແຮງງານ ແລະ ເດືອນກຳມະກອນປີ 2022 ໂດຍ ສະມາພັນໃຫຍ່ແຮງງານ ຫວຽດນາມ ສົມທົບ ກັບຄະນະຊີ້ນຳ ເດືອນເຄື່ອນໄຫວເພື່ອຄວາມປອດໄພ, ຫຼັກອະນາໄມການອອກແຮງ ສູນກາງຈັດຕັ້ງ.

ດ້ວຍຫົວຂໍ້ “ເພີ່ມທະວີບັນດາມາດຕະການຫຼຸດຜ່ອນຄວາມສ່ຽງກ່ຽວກັບຄວາມປອດໄພ, ຫຼັກອະນາໄມການອອກແຮງງານ ປັບປຸງເງື່ອນໄຂການອອກແຮງງານຢູ່ບ່ອນເຮັດວຽກ; ຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ”, ເດືອນປຸກລະດົມປີນີ້ ຈະດຳເນີນແຕ່ວັນທີ 1 – 31 ພຶດສະພາ ຢູ່ກຳມະບານທຸກຂັ້ນໃນທົ່ວປະເທດ.

ໃນເດືອນກຳມະກອນ ປີ 2022, ອົງການຈັດຕັ້ງກຳມະບານທຸກຂັ້ນ ຈະສຸມໃສ່ຊຸກຍູ້ບັນດາມາດຕະການເພື່ອໜູນຊ່ວຍ, ເບິ່ງແຍງດູແລ ຜູ້ອອກແຮງງານ ກ່ຽວກັບວຽກເຮັດງານທຳ ແລະ ລາຍຮັບ, ຈັດຕັ້ງການແຂ່ງຂັນສີມືແຮງງານ, ນາຍຊ່າງເກັ່ງ, ການແຂ່ງຂັນມີຂໍ້ລິເລີ່ມດີ, ປັບປຸງເຕັກນິກ… ເສີມຂະຫຍາຍກຳລັງປະດິດຄິດສ້າງຂອງ ຜູ້ອອກແຮງງານ; ເຊີດຊູ,ຍ້ອງຍໍຊົມເຊີຍກຳມະກອນດີເດັ່ນໃນຂະບວນການແຂ່ງຂັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ