​ພິ​ທີປິດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2023 “ບິ່ງ​ທ້ວນ - ເຕົ້າ​ໂຮມ​ສີ​ຂຽວ”

(VOVWORLD) - ຂວງບິ່ງທ້ວນ ໄດ້ມອບທຸງສັນຍາລັກໃຫ້ແກ່ແຂວງ ດ້ຽນບຽນ, ເຊິ່ງເປັນແຂວງເຈົ້າພາບປີທ່ອງທ່ຽວແຫ່ງຊາດ 2024 ຂອງ ຫວຽດນາມ ດ້ວຍຫົວຂໍ້ “ດ້ຽນບຽນ - ປະສົບການຕົວຈິງທີ່ແປກໃໝ່”.
​ພິ​ທີປິດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2023 “ບິ່ງ​ທ້ວນ - ເຕົ້າ​ໂຮມ​ສີ​ຂຽວ” - ảnh 1ລາຍການສະແດງສິລະປະໃນພິທີປິດ (ພາບ: baoninhthuan.com.vn)

ຕອນຄ່ຳວັນທີ 27 ທັນວາ, ຢູ່ນະຄອນ ຟານທຽດ, ແຂວງບິ່ງທ້ວນ ໄດ້ດຳເນີນພິທີປິດປີທ່ອງທ່ຽວແຫ່ງຊາດ 2023. ໃນຕະຫຼອດ 9 ເດືອນຜ່ານມາ, ປີທ່ອງທ່ຽວແຫ່ງຊາດ - ບິ່ງທ້ວນ ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ໄດ້ດຳເນີນຫຼາຍກວ່າ 200 ເຫດການ, ກິດຈະກຳ ຢູ່ 41 ແຂວງ, ນະຄອນໃນທົ່ວປະເທດດ້ວຍຫຼາຍຮູບແບບທີ່ເປັນເອກະລັກ ແລະ ຈັບໃຈ; ໃນນັ້ນ, ບິ່ງທ້ວນໄດ້ເປັນເຈົ້າພາບຈັດຫຼາຍກວ່າ 30 ເຫດການ. ໃນພິທີປິດ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮວ່າງດ້າວເກືອງ ເນັ້ນໜັກວ່າ: ບັນດາເຫດການ, ການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດ 2023 ໄດ້ສ້າງການກະທົບທີ່ຕັ້ງໜ້າ, ດຶງດູດຄວາມສົນໃຈຈາກປະຊາຊົນຈຳນວນຫຼວງຫຼາຍ, ລະດົມກຳລັງແຮງຂອງປະຊາຄົມ ເຂົ້າໃນການຊຸກຍູ້ການຟື້ນຟູການທ່ອງທ່ຽວໄດ້ຢ່າງວ່ອງໄວ, ພັດທະນາຢ່າງມີປະສິດທິຜົນ, ຍືນຍົງໃນທົ່ວປະເທດ.

        ປີ 2024, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 12,5 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 108 ລ້ານເທື່ອຄົນ. ຫວຽດນາມ ຍາດໄດ້ລາງວັນການທ່ອງທ່ຽວ 54 ລາງວັນ ໃນພິທີມອບລາງວັນທ່ອງທ່ຽວໂລກປີ 2023 - ພາກພື້ນ ອາຊີ ແລະ ໂອເຊອາເນຍ; ສືບຕໍ່ຢັ້ງຢືນເຄື່ອງໝາຍການຄ້າ, ບົດບາດ ແລະ ທີ່ຕັ້ງຂອງການທ່ອງທ່ຽວ ຫວຽດນາມ ໃນແຜນທີ່ທ່ອງທ່ຽວໂລກ. ທີ່ພິທີປິດ, ແຂວງບິ່ງທ້ວນ ໄດ້ມອບທຸງສັນຍາລັກໃຫ້ແກ່ແຂວງ ດ້ຽນບຽນ, ເຊິ່ງເປັນແຂວງເຈົ້າພາບປີທ່ອງທ່ຽວແຫ່ງຊາດ 2024 ຂອງ ຫວຽດນາມ ດ້ວຍຫົວຂໍ້ “ດ້ຽນບຽນ - ປະສົບການຕົວຈິງທີ່ແປກໃໝ່”


ຕອບກັບ

ຂ່າວ/ບົດ​ອື່ນ