ພິທີປະດັບຫລຽນໄຊຂອງພັກ,ລັດລາວໃຫ້ແກ່ການນຳຂັ້ນສູງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ ຮ່າໂນ້ຍ, ລັດລາວ ໄດ້ຈັດຕັ້ງພິທີມອບຫລຽນຄຳແຫ່ງຊາດ ແລະ ຫລຽນໄຊອິດສະຫລະຊັ້ນຫນຶ່ງ ຊື່ງແມ່ນລາງວັນອັນສູງສົ່ງຂອງພັກ, ລັດ ລາວມອບໃຫ້ບັນດາການນຳຂັ້ນສູງຂອງຫວຽດນາມ. 
ພິທີປະດັບຫລຽນໄຊຂອງພັກ,ລັດລາວໃຫ້ແກ່ການນຳຂັ້ນສູງຫວຽດນາມ - ảnh 1 ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດລາວ 

ຕາມບັນດາຂໍ້ຕົກລົງຂອງປະທານປະເທດລາວ, ພັກ, ລັດ ສປປ ລາວ ຕົກລົງມອບຫລຽນຄຳແຫ່ງຊາດໃຫ້ທ່ານປະທານປະເທດເຈີນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ມອບຫລຽນໄຊອິດສະຫລະຊັ້ນຫນຶ່ງ ໃຫ້ແກ່ການນຳຈຳນວນຫນຶ່ງຂຶ້ນກັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫລວດຫວຽດນາມ, ການນຳນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ.

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ: ໃນຊຸມປີຜ່ານມາ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຍາມໃດກໍ່ຮຽງບ່າງຮຽງໄລ່, ສະຫນັບສະຫນູນເຊິ່ງກັນ ແລະກັນໃນກິດຈະການປ່ຽນແປງໃຫມ່ຂອງແຕ່ລະປະເທດ ແລະ ຍາດໄດ້ບັນດາຜົນງານອັນຍິ່ງໃຫຍ່ໃນຫລາຍຂົງເຂດ. ພ້ອມກັນນັ້ນ ສອງປະເທດກໍ່ໄດ້ຫນູນຊ່ວຍ ແລະ ຮ່ວມມືຢ່າງແຫນ້ນແຟ້ນໃນບັນດາການເຄື່ອນໄຫວດ້ານການເມືອງ, ການທູດ ນັບທັງໃນຂອບເຂດສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຍົກສູງທີ່ຕັ້ງບົດບາດຂອງສອງປະເທດໃນເວທີສາກົນ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນພາລະກິດຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ