ພິທີລົງນາມບົດບັນທຶກ ຮ່ວມມືກໍ່ສ້າງເຮືອນແຫ່ງ ສາຍຈິດມິດໃຈ ຫວຽດນາມ - ສ.ເກົາຫຼີ ໃຫ້ຄົນທຸກຍາກ

ພິທີລົງນາມບົດບັນທຶກ ຮ່ວມມືກໍ່ສ້າງເຮືອນແຫ່ງ ສາຍຈິດມິດໃຈ ຫວຽດນາມ - ສ.ເກົາຫຼີ ໃຫ້ຄົນທຸກຍາກ - ảnh 1
ພິທີ​ລົງ​ນາມບົດ​ບັນທຶກຮ່ວມ​ມື​ກໍ່ສ້າງ​​
ເຮື​ອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ຫວຽດນາມ - ສ.​ເກົາຫຼີ
(ພາບ: vietnamplus.vn)


(vovworld) - ​​ ພິທີ​ລົງ​ນາມບົດ​ບັນທຶກຮ່ວມ​ມື​ກໍ່ສ້າງ​​ເຮື​ອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ຫວຽດນາມ - ສ.​ເກົາຫຼີ ​ໃຫ້​ຄົນ​ທຸກ​ຍາກຢູ່ 6 ​ແຂວງ​ທາງ​ພາກ​ໃຕ້​ຫວຽດນາມ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 24/04, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໂດຍ​ສູນວັດ​ທະນະ​ທຳ​ສ.​ເກ​ົາຫຼີ ​ແລະ ສະມາຄົມ​ຊາວ​ສ.ເກົາຫຼີ ອາ​ໄສຢູ່​ຫວຽດນາມ ຈັດ​ຕັ້ງ. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ໃນ​ປີ 2014, ​ໂຄງການ​ຈະ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 40 ຫຼັງ ​ໃຫ້​ຄົນ​ທຸກ​ຍາກ​ຢູ່​ບັນດາ​ແຂວງ: ລອງ​ອານ, ກຽນ​ຢາງ, ວິ​ງລອງ, ບິ່ງ​ດິ້ງ, ດັກ​ຫຼັກ ​ແລະ ກ່າ​ເມົາ, ​ໂດຍ​ບໍລິສັດ​ປະກັນ​ໄພ Hanwha Life (ສ.​ເກົາຫຼີ) ອຸປະຖຳ.

        ທ່ານ Kim Ki Young, ຫົວໜ້າ​ສະ​ຖາ​ບັນ​ສູນວັດທະນະທຳ​ສ.​ເກົາຫຼີ ປະຈຳ​ນະຄອນ​ໂຮ່ຈິ​ມິນ (ACEF) ປາດ​ຖະໜາ​ວ່າ ຈາກ​ບັນດາ​ໂຄງການ​ນີ້ ACEF ຢາກ​ປະກອບສ່ວນ​ຍົກ​ສູງ​ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ ​ແລະ ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ.

        ທີ່​ພິທີ​ລົງ​ນາມ, ທ່ານ​ເລ​ວັນ​ຮົ່ງ, ປະທານ​ສະ​ມະ​ຄົມ​ບັນດາ​ອົງການ​ມິດຕະພາບ​ແຂວງ ກຽນ​ຢາງ, ​​ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ ຍ້ອນ​ບັນດາ​​ເຮືອນ​ຫຼັງ​ນີ້ ຈະ​ຊ່ວຍ​ໃຫ້​ຜູ້​ທຸກ​ຍາກ​ມີ​ເງື່ອນ​ໄຂ​ບື່ນຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ຜ່ານ​ນີ້ ຈະ​ເພີ່ມ​ທະວີ​ຄວາມ​ສາມັກ​ຄື​ມິດຕະພາບ​ລະຫວ່າງ​ປະຊາຊົນ ຫວຽດນາມ ​ແລະ ປະຊາຊົນ​ສ.​ເກົາຫຼີ ​ໃຫ້ນັບ​ມື້​ນັບ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ”.

ຂ່າວ/ບົດ​ອື່ນ