ພິທີສວດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ

(VOVWORLD) - ພິທີສວດມົນພາວະນານີ້ແມ່ນເພື່ອອາໄລຫາເຖິງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ພີ່ນ້ອງຜູ້ເສຍຊີວິດໃນບັນດາການປະທະກັນ ແລະ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.
ພິທີສວດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ - ảnh 1ພິທີສວດມົນພາວະນາ
(ພາບ: TTXVN)

            ຕອນຄ່ຳວັນທີ 02 – 03 ກັນຍາ, ຢູ່ວັດ ກວານເອືມ (ນະຄອນ ຮ່າຢາງ) ແລະ ກອງທຶນກຸສົນ ລາແຊງ (ວັດ ດົງກາວ, ເມືອງ ຫວູທື, ແຂວງ ທາຍບິ່ງ) ໄດ້ຈັດຕັ້ງພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ. ພິທີສວດມົນພາວະນານີ້ແມ່ນເພື່ອອາໄລຫາເຖິງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່ພີ່ນ້ອງຜູ້ເສຍຊີວິດໃນບັນດາການປະທະກັນ ແລະ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ. ນີ້ກໍ່ແມ່ນໂອກາດເພື່ອສຶກສາອົບຮົມໃຫ້ລຸ້ນໜຸ່ມກ່ຽວກັບນ້ຳໃຈຮັກຊາດ, ຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງຄົນລຸ້ນກ່ອນທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ.

            ເນື່ອງໃນໂອກາດນີ້, ວັດ ກວານເອືມ ແລະ ກອງທຶນການກຸສົນ ລາແຊງ ພ້ອມກັບບັນດາຜູ້ໃຈບຸນໃຈກຸສົນໄດ້ມອບຂອງຂວັນ 1.000 ພູດ, ລວມມູນຄ່າ 750 ລ້ານດົ່ງ (ເກືອບ 32.000 USD) ໃຫ້ແກ່ທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ບໍລິເວນແຂວງ ຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ