ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະ ບວນມາທວດ

ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະ ບວນມາທວດ - ảnh 1
(ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ກ່າວ​ຄຳ​ເຫັນ​ທີ່​ພິທີ)

(vovworld) – ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ໄຊຊະນະ ບວນມາ​ທວດ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 10/03, ຢູ່​ນະຄອນ​ບວນ​ມາ​ທວດ, ​ແຂວງ​ດັກ​ລັກ. ອ່ານ​ສູນ​ທອນ​ພົດ​ທີ່​ພິທີ, ທ່ານ ຟ້າ​ມຫງອກ​ງີ້, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດັກ​ລັກ ​ໄດ້​ຫວນ​ຄືນ​ໄລຍະ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ 40 ປີ​ແຫ່ງ​ໄຊ​ໄນະ​ບວນມາ​ທວດ, ​ເປີດ​ສາກ​ໃຫ້​ບັ້ນ​ບຸກ​ໂຕມຕີ​ຄັ້ງ​ໃຫຍ່ ​ແລະ ລູກ​ຮື້​ຂຶ້ນ​ລະດູບານ​ໃໝ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ ຟ້າ​ມຫງອກ​ງີ້, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດັກ​ລັກ ຢືນຢັນ​ວ່າ.

        “​ໄຊຊະນະ ບວນມາ​ທວດ ​ໄດ້​ເຂົ້າ​ສູ່​ປະຫວັດສາດ​ຂອງ​ຊາດຫວຽດນາມ ຕະຫຼອດ​ການ, ​ໄຊຊະນະ​ທີ່​ພິລະ​ອາດ​ຫານ, ​ແມ່ນ​ຄວາມ​ເອກອ້າງ​ຖະນົງ​ໃຈ​ຂອງ​ອົງຄະ​ນະ​ພັກ, ກອງທັບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ດັກ​ລັກ. ​ໄຊ​ຊະນະ​ບວນມາ​ທວດ ​ແມ່ນ​ບັ້ນ​ສູ້​ຮົບຍຸດ​ທະ​ສາດ ສະ​ແດງ​ໃຫ້​ເຫັນ​ການ​ຊີ້​ນນຳພາຳ​ທີ່​ສ່ອງ​ແສງ, ສະຫຼາດ​ສະຫຼຽວຂອງ​ກົມ​ການ​ເມືອງ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ຊຶ່ງໄດ້​ໃຫ້​ຂໍ້​ສັງ​ເກດ​ຖືກ​ຕ້ອງກັບ​ສະພາບ​ການ, ​ຍາດ​ແຍ່ງ​ກາລະ​ໂອກາດ ​ແລະ ຖືກ​ເປົ້າ​ໝາຍ”.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄ​​ອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ດັກ​ລັກ ​ໃນ​ໄລຍະ​ຈະ​ມາ​ເຖິງ​ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດ​ຊຸມ​ເປັນ​ຢ່າງ​ດີ​ຄື: ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ການຊີ້​ນຳ​ນຳ​ພາ ​ແລະ ​ກຳລັງ​ຕໍ່ສູ້​ຂອງ​ອົງຄະ​ນະ​ພັກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກໍ່ສ້າງ​ລະບົບ​ການ​ເມືອງ​​ໃຫ້​ໝັ້ນຄົງ… ທ່ານ​ເລ​ຮົ່ງ​ແອ​ງ ຊີ້​ແຈ້ງວ່າ.

        “​ແຂວງ​ຕ້ອງ​ຮັກສາ​ລະດັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ສູງ ​ແລະ ໝັ້ນຄົງ; ປະຕິບັດ​ວຽກງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ, ຮັບປະກັນ​ບັນ​ດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ່​ສອກ​ຫີຼິກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ສືບ​ຕໍ່​ກໍ່ສ້າງ​ນະຄອນ ບວນມາ​ທວດ ​ໃຫ້ກາຍ​ເປັນ​ເຂດ​ຕົວ​ເມືອງ​​ໃຈກາງ​ຂອງ​ໄຕ​ງວຽນ”.

ຂ່າວ/ບົດ​ອື່ນ