ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ຈາກແຂວງທີ່ເຮັດກຳສິກຳເປັນຕົ້ນຕໍ່, ມາຮອດປະຈຸບັນ, ແຂວງ ບັກຢາງ ໄດ້ນອນໃນກຸ່ມບັນດາແຂວງພັດທະນາຂະຫຍັນຂັນເຄື່ອນ, ເປັນຈຸດເດັ່ນຂອງທົ່ວປະເທດໃນຫຼາຍຂົງເຂດ.
ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ - ảnh 1ການສະແດງສິລະປະທີ່ພິທີ

ຕອນຄ່ຳວັນທີ 8 ຕຸລາ, ຢູ່ນະຄອນ ບັກຢາງ, ແຂວງ ບັກຢາງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມ ແລະ ຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບັກຢາງ ຄັ້ງທີ I (17/10/1963 – 17/10/2023).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ຈາກແຂວງທີ່ເຮັດກຳສິກຳເປັນຕົ້ນຕໍ່, ມາຮອດປະຈຸບັນ, ແຂວງ ບັກຢາງ ໄດ້ນອນໃນກຸ່ມບັນດາແຂວງພັດທະນາຂະຫຍັນຂັນເຄື່ອນ, ເປັນຈຸດເດັ່ນຂອງທົ່ວປະເທດໃນຫຼາຍຂົງເຂດ. ໃນນັ້ນ, ການເຕີບໂຕເສດຖະກິດ, ດຶງດູດການລົງທຶນ, ການສົ່ງອອກ, ການພັດທະນາອຸດສາຫະກຳຍາມໃດກໍ່ນອນໃນກຸ່ມບັນດາທ້ອງຖິ່ນນຳໜ້າທົ່ວປະເທດ. ທ່ານຊີ້ແຈ້ງການສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມແຂວງ ບັກຢາງ ແມ່ນໂອກາດເພື່ອຫວນຄືນມູນເຊື້ອ, ເພີ່ມກຳລັງແຮງເພື່ອໃຫ້ອົງຄະນະພັກ ແລະ ປະຊາຊົນໃນແຂວງ ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີວ່າ:

        “ພະນັກງານ, ສະມາຊິກພັກ, ປະຊາຊົນແຂວງ ບັກຢາງ ແຕ່ລະຄົນ ຕ້ອງຕັດສິນໃຈ, ມານະພະຍາຍາມສູງກ່ວາອີກ, ມີຫົວຄິດປະດິດສ້າງກ່ວາໃນການຫັນບັນດາຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໃຫ້ປະກົດຜົນເປັນຈິງສອດຄ່ອງກັບສະພາບການໃໝ່ ແລະ ເງື່ອນໄຂຕົວຈິງຂອງແຂວງ. ສູ້ຊົນກໍ່ສ້າງແຂວງ ບັກຢາງ ພັດທະນາຮອບດ້ານ, ໝັ້ນຄົງເຂັ້ມແຂງ, ນອນໃນ 15 ແຂວງ, ນະຄອນພັດທະນາທີ່ມີຂອບຂະໜາດເສດຖະກິດນຳໜ້າທົ່ວປະເທດໃນປີ 2025; ກາຍເປັນແຂວງ “ນັບມື້ນັບຮັ່ງມີ, ປະຊາຊົນອີ່ມໜຳສຳລານ” ຄືດັ່ງລຸງໂຮ່ ປາດຖະໜາ.

ຕອບກັບ

ຂ່າວ/ບົດ​ອື່ນ