ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 78 ປີ ຢູ່ ຕ່າງ​ປະ​ເທດ

(VOVWORLD) -“ໃນຕະຫຼອດ 78 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ ປະຊາຊົນ ຫວຽດນາມ ໄດ້ສາມັກຄີກັນ ຜ່ານຜ່າບັນດາໄລຍະທາງທີ່ຫຍຸ້ງຍາກລຳບາກເພື່ອປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ດຳເນີນພາລະກິດປ່ຽນແປງໃໝ່, ນຳ ຫວຽດນາມ ຈາກປະເທດທຸກຍາກ, ຖືກສົງຄາມມ້າງທຳລາຍຢ່າງໜັກໜ່ວງ, ກາຍເປັນປະເທດພວມພັດທະນາ ມີລາຍຮັບປານກາງ..."
ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 78 ປີ ຢູ່ ຕ່າງ​ປະ​ເທດ - ảnh 1ບັນດາແຂກຖືກເຊີນເຂົ້າຮ່ວມພິທີ (ພາບ: VOV)

ຕອນຄ່ຳວັນທີ 1 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ (2/9/1945 - 2/9/2023).  ເຂົ້າຮ່ວມພິທີ, ມີທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ; ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການຂອງລາວ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ລາວ ແລະ ພໍ່ແມ່ຊາວ ຫວຽດນາມ ອາໄສ ແລະ ເຮັດວຽກຢູ່ລາວ ກໍໄດ້ມີໜ້າເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 78 ປີ ຢູ່ ຕ່າງ​ປະ​ເທດ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ກ່າວສູນທອນພົດ (ພາບ: VOV)

        ເມື່ອກ່າວສູນທອນພົດທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ໄດ້ທົບທວນຄືນປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ດ້ວຍຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ວັນທີ 2 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດສະຖາປະນາປະເທ ປະຊາທິປະໄຕສັງຄົມນິຍົມ ຫວຽດນາມ, ເຊິ່ງປັດຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ເນັ້ນໜັກວ່າ:

        “ໃນຕະຫຼອດ 78 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ ປະຊາຊົນ ຫວຽດນາມ ໄດ້ສາມັກຄີກັນ ຜ່ານຜ່າບັນດາໄລຍະທາງທີ່ຫຍຸ້ງຍາກລຳບາກເພື່ອປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ດຳເນີນພາລະກິດປ່ຽນແປງໃໝ່, ນຳ ຫວຽດນາມ ຈາກປະເທດທຸກຍາກ, ຖືກສົງຄາມມ້າງທຳລາຍຢ່າງໜັກໜ່ວງ, ກາຍເປັນປະເທດພວມພັດທະນາ ມີລາຍຮັບປານກາງ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ແລະ ອຸດທິພົນຊື່ສຽງຂອງ ຫວຽດນາມ ກໍນັບມື້ນັບໄດ້ຍົກສູງຂຶ້ນບົນເວທີສາກົນ.”

ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 78 ປີ ຢູ່ ຕ່າງ​ປະ​ເທດ - ảnh 3ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ  ຈັດຂຶ້ນຢູ່ ຍີ່ປຸ່ນ (ພາບ: VOV)

        ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ Fukuoka, ຍີ່ປຸ່ນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ເຊັ່ນດຽວກັນ.

ເນື່ອງໃນໂອກາດນີ້, ວັນທີ 1 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີເຊັ່ນດຽວກັນ, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນປະມານ 200 ທ່ານ ເຊິ່ງແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງສັງຄົມ ອາກຊັງຕິນ, ຄະນະທຸຕານຸທູດ, ເພື່ອນມິດປະເທດປະຈຳຖິ່ນ ແລະ ປະຊາຄົມຊາວ ຫວຽດນາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ