ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ ຖືກດໍາເນີນຢູ່ຫຼາຍປະເທດໃນໂລກ

(VOVWORLD) -ວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ວັນທີ 2 ກັນຍາ) ຄົບຮອບ 74 ປີ, ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນ ຢູ່ອາຟະລິກາໃຕ້, ນັກການທູດ, ນັກຮຽນຮູ້ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນ ກວ່າ 400 ຄົນ.
ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ ຖືກດໍາເນີນຢູ່ຫຼາຍປະເທດໃນໂລກ - ảnh 1(ພາບປະກອບ:TTXVN) 

ນະທີ່ນີ້,  ທ່ານ Anil Sooklal ຮອງຫົວໜ້າກົມຮັບຜິດຊອບພາກພື້ນ ອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ອາຟະລິກາໃຕ້ ພ້ອມດ້ວຍບັນດາຜູ້ແທນ ໄດ້ທົບທວນຄືນບັນດາຂີດໝາຍໃນຂະບວນວິວັດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຫວຽດນາມ. ທ່ານ Anil Sooklal ກໍເນັ້ນໜັກວ່າ ອາຟະລິກາໃຕ້ ຍາມໃດກໍຖືຫວຽດນາມ ເປັນແບບຢ່າງເພື່ອປະຕິບັດຕາມ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຫວຽດນາມ ທີ່ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນປະຊາຊົນ ອາຟະລິກາໃຕ້ໃນຕະຫຼອດວິວັດແຫ່ງການຕໍ່ສູ້ຕ້ານລັດທິຈໍາແນກເຊື້ອຊາດເຜົ່າພັນໃນເມື່ອກ່ອນນີ້ ກໍຄືໃນໄລຍະສ້າງສາປະເທດປະຊາທິປະໄຕຄືໃນປັດຈຸບັນ.

        ແລະໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ເຢຍລະມັນ ກໍໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ