ພິທີສະເໝີຕົວປະຊາຄົມອາຊຽນຢູ່Paris

ພິທີສະເໝີຕົວປະຊາຄົມອາຊຽນຢູ່Paris - ảnh 1
ການ​ນຳ​ຂອງ​ສະຖານທູດ 10 ປະ​ເທດ ອາ​ຊຽນ
(ພາບ: baotintuc.com)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 08/03 ຄະນະ​ກຳມະການສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່ Paris (ACP) ຈັດ​ຕັ້ງ​ງານພົບ​ປະ​ຂ່ຳນັບ​ຮັບ​ຕ້ອນການສ້າງ​ຕັ້ງ​ຂອງ​ປະຊາ​ຄົມ ອາ​ຊຽນ (AEC). ​ເຂົ້າ​ຮ່ວມ​ພິທີ ມີ​ການ​ນຳ​ຂອງ​ສະຖານທູດ 10 ປະ​ເທດ ອາ​ຊຽນ ປະຈຳ ຝະລັ່ງ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ບັນດາ​ກະຊວງ, ຂະ​ແໜງ​ການ​ຫລາຍ​ທ່ານ​ຂອງ ຝະລັ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ Maria Theresa Lazaro ​ເອກ​ອັກຄະ​ລັດຖະທູດ ຟີ​ລີບ​ປິນ ປະຈຳ ຝະລັ່ງ, ​ເຊິ່ງ​ເປັນ​ປະທານ​ຜັດປ່ຽນ​ກັບ​ຄະນະ​ກຳມະການ ອາ​ຊຽນ ຢູ່ ຝະລັ່ງ ​ໃຫ້​ຮູ້​ວ່າ: ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແມ່ນ​ໝາກຜົນ​​ແຫ່ງ​ການສູ້​ຊົນ​ໃນ​ເກືອ​ບ​ເຄິ່ງສະຕະວັດ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ທັງ​ໝົດ​. ປະຊາ​ຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້ວຍ 3 ​ເສົ້າຄ້ຳ ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ ປະກອບສ່ວນ​ນຳວິວັດທະນາ​ການ​ຮ່ວມ​ມື ​ແລະ ​ຮ່ວມ​ສຳພັນ​ພາກ​ພື້ນ​ກ້າວ​ເຂົ້າ​ໄລຍະ​ໃໝ່, ທັງ​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ສະມາຊິກ, ທັງສ່ອງ​ແສງ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ຕໍ່ທ່າ​ອ່ຽງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຮ່ວມ​ສຳພັນ​ຢູ່​ພາກ​ພື້ນ. ສ່ວນ​ທ່ານ Phillippe Varin ທູດ​ພິ​ເສດ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຝະລັ່ງ ຮັບຜິດຊອບ​ການ​ພົວພັນດ້ານ​ເສດຖະກິດ​ສຳລັບ​ ອາ​ຊຽນ ຖື​ວ່າ: ນີ້​ແມ່ນ​ສັນຍານ​ທີ່ດີ​ໃຫ້​ແກ່ການ​ເປີດ​ກ້ວາງ​ບັນດາ​ການ​ພົວພັນ​ດ້ານເສດຖະກິດ​ລະຫວ່າງ ຝະລັ່ງ ​ແລ​ະ ບັນດາ​ປະ​ເທດ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ