ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ

(VOVWORLD) - ຕອນຄ່ຳວັນທີ 22 ກໍລະກົດ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ ເມືອງ ແອງເຊີນ ແຂວງ ເຫງະອານ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ເຫງະອານ
ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ - ảnh 1 ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ (ພາບ: VTV)

ໄດ້ຈັດຕັ້ງພິທີອາໄລເພາະບຸນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ສຸສານ ຫວຽດ - ລາວ ແມ່ນສຸສານຝັງສົບຂອງນັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ກ່ວາ 11 ພັນຄົນ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ. ທີ່ພິທີ ບັນດາພຸດທະສາສະນິກກະຊົນ, ປະຊາຊົນທົ່ວທຸກແຫ່ງ ໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາເຖິງວີນຍານນັກຮົບເສຍສະຫຼະຊີວິດເພື່ອຊາດ ສະແດງໃຫ້ເຫັນນ້ຳໃຈສະແດງຄວາມຮູ້ບຸນຄຸນຂອງສາສະໜາພຸດ, ສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ