ພິທີເຊີດຊູ“ຂັບວີ໋,ຢຳ້ພື້ນເມືອງເງ້ຕິງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ“

ພິທີເຊີດຊູ“ຂັບວີ໋,ຢຳ້ພື້ນເມືອງເງ້ຕິງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ“ - ảnh 1
ການສະແດງຂັບວີ໋
(ພາບ: http://vtv.vn)


(vovworld) - ພິທີ​ເຊີດ​ຊູ “ຂັບ​ວີ໋, ຢຳ້ພື້ນ​ເມືອງ​ເງ້ຕິງ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ“ ຈະ​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 31/1 ຢູ່​ນະຄອນ​ວິ​ງ, ​ແຂວງ​ເງ໋ອານ.

ຂັບ​ວີ໋, ຢຳ້ພື້ນ​ເມືອງ​ເງ້ຕິງ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​​ແມ່ນ​ມໍລະດົກ​ວັດທະນະທຳ​​ບໍ່​ມີ​ຮູບ​ຮ່າງທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ ​ໃນ​ວັນ​ທີ 27/11/2014 ຢູ່​ປາຣີ, ປະ​ເທດ​ຝລັ່ງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​​ເຫັນ​ວ່າ, ​ໂລກ​ໄດ້​ຕີ​ລາຄາ​ສູງ​ຮູບ​ການ​ສິລະ​ປະ​ຂັບ​ພື້ນ​ເມືອງ​ພິ​ເສດ​ນີ້, ພ້ອມ​ທັງ​ຊ່ວຍ​ໃຫ້​ວົງ​ຄະນະຍາດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນມີ​ຄວາມ​ຮັບຜິດຊອບ​ກວ່າ​ອີກ​ໃນ​ການ​ຮັກສາ, ສືບ​ທອດ, ສົ່ງ​ເສີມ​ລຸ້ນໜຸ່ມ​ຕັ້ງໜ້າ​ຮຳ່ຮຽນ ​ແລະ ​ເຂົ້າ​ຮ່ວມ​ການຂັບ​ເພງ​ພື້ນ​ເມືອງ, ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ນີ້​​ໄວ້ຢ່າງ​ໝັ້ນຄົງ.

 

ຂ່າວ/ບົດ​ອື່ນ