ພິທີ​ເປີດ ຫໍພິພິທະ​ພັນ ສື່​ມວນ​ຊົນ​ຫວຽດນາມ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມິຖຸນາ

(VOVWORLD) -ຫໍພິພິທະພັນເກັບກໍາວັດຖຸພັນ, ເອກະສານໄດ້ຫຼາຍກວ່າ 20.000 ຢ່າງ. ໃນນັ້ນ, ມີວັດຖຸພັນ, ເອກະສານຫຼາຍກວ່າ 700 ຢ່າງ ທີ່ເປັນເອກະລັກ, ຫາຍາກ ອັນໄດ້ສ່ອງແສງໃຫ້ເຫັນບັນດາເຫດການສໍາຄັນຂອງປະຫວັດສາດສື່ມວນຊົນຫວຽດນາມຜ່ານແຕ່ລະໄລຍະ. 
ພິທີ​ເປີດ ຫໍພິພິທະ​ພັນ ສື່​ມວນ​ຊົນ​ຫວຽດນາມ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມິຖຸນາ - ảnh 1 ຫໍພິພິທະພັນເກັບກໍາວັດຖຸພັນ, ເອກະສານໄດ້ຫຼາຍກວ່າ 20.000 ຢ່າງ (ພາບ: sggp.org.vn)

        ວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນ ສື່ມວນຊົນຫວຽດນາມ ຈະຖືກໄຂຂຶ້ນ ແລະ ເລີ່ມເປີດບໍລິການຕ້ອນຮັບຜູ້ເຂົ້າຢ້ຽມຊົມຢ່າງເປັນທາງການ. ຫໍພິພິທະພັນດັ່ງກ່າວ ໄດ້ຮັບການກໍ່ສ້າງຕາມແຜນຮ່າງ ໂດຍສະມາຄົມນັກຂ່າວຫວຽດນາມ ປະຕິບັດ, ເຊິ່ງລວມມີ 03 ພາກສ່ວນໂຄງການຄື: ໂຄງການວາງສະແດງຫໍພິພິທະພັນ, ໂຄງການເກັບຮັກສາວັດຖຸພັນ ແລະ ເອກະສານ, ໂຄງການຮັບສະໝັກພະນັກງານ ແລະ ບໍາລຸງສ້າງບຸກຄະລາກອນຫໍພິພິທະພັນ.

        ຫໍພິພິທະພັນເກັບກໍາວັດຖຸພັນ, ເອກະສານໄດ້ຫຼາຍກວ່າ 20.000 ຢ່າງ. ໃນນັ້ນ, ມີວັດຖຸພັນ, ເອກະສານຫຼາຍກວ່າ 700 ຢ່າງ ທີ່ເປັນເອກະລັກ, ຫາຍາກ ອັນໄດ້ສ່ອງແສງໃຫ້ເຫັນບັນດາເຫດການສໍາຄັນຂອງປະຫວັດສາດສື່ມວນຊົນຫວຽດນາມຜ່ານແຕ່ລະໄລຍະ. ທ່ານນາງ ເຈິ່ນທິກິມທວາ, ຜູ້ອໍານວຍການ ຫໍພິພິທະພັນສື່ມວນຊົນຫວຽດນາມ ໃຫ້ຮູ້ວ່າ:

        “ມາຮອດປັດຈຸບັນ, ຫໍພິພິທະພັນ ໄດ້ວາງສະແດງບັນດາວັດຖຸພັນທີ່ເປັນຕົວແທນ ແລະ ເປັນສັນຍາລັກຂອງແຕ່ລະໄລຍະປະຫວັດສາດ. ຫວັງວ່າ ຈະໄດ້ຮັບການຮ່ວມມືຈາກບັນດານັກຂ່າວ, ນັກຂຽນ ແລະ ບັນດາອົງການສື່ມວນຊົນ ເພື່ອເຮັດໃຫ້ບັນດາວັດຖຸພັນເຫຼົ່ານີ້ ນັບມື້ນັບ ຄົບຖ້ວນກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ