ພິທີເປີດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ APEC ຄັ້ງທີ 3

ພິທີເປີດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ APEC ຄັ້ງທີ 3 - ảnh 1
ກອ​ງ​ປະ​ຊຸມ APEC ຄັ້ງ​ທີ 2 ຢູ່ ຈີນ
(ພາບ​ປະ​ກອບ)

 (vovworld)-​ ​ ວັນ​ທີ 20/8, ກອງ​ປະ​ຊຸມ​​ເຈົ້າ​ໜ້າ​​ທີ່​​ຂັ້ນ​ສູງ ຄັ້ງ​ທີ 3 ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອີ​ຊີ- ປາ​ຊີ​ຟິກ(APEC) ​ປີ 2014 ໄຂຂຶ້ນຢູ່​ນະ​ຄອນຫຼວງ ປັກ​ກິງ ປະ​ເທດ ​ຈີນ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ກຳ​ມະ​ການລັດ​ຖະ​ບານຈີນ ທ່ານຢາງ​ເຈ້ຍ​ຊື້ ໄດ້​​ຊີ້​ແຈ້ງ​ວ່າ ນີ້​ແມ່ນກອງ​ປະ​ຊຸມ​ເຈົ້າ​ໜ້າ​​ທີ່​ຂັ້ນ​ສູງ​ຄັ້ງ​ສຸດ​ທ້າຍ​ສົມ​ທົບ​ກັບ​ບັນ​ດາ​ຄະ​ນະ​ກຳ​ມະ​ການ ແລະ ບັນ​ດາ​ກຸ່ມ​ເຮັດ​ວຽກ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​​ຂັ້ນ​ສູງ​ APEC ໃນ​ເດືອນ 11 ທີ່​ຈະ​ມາ​ເຖິງ, ​ເປັນ​ຈຸດ​ໝາຍ​ແຫ່ງ​ການ​ຮ່ວມ​ມື APEC ໃນ​ປີ 2014 ກ້າວເຂົ້າສູ່​ໄລ​ຍະສຸດ​ທ້າຍ ທ່ານກຳ​ມະ​ການ​ລັດ​ຖະ​ບານ ຢາງ​ເຈ້ຍ​ຊື້ ໃຫ້​ຮູ້​ວ່າ ບັນ​ດາ​ສະ​ມາ​ຊິກ APEC ໄດ້​ຕົກ​ລົງ​ເລີ່ມ​ຕົ້ນ ແລະ ຊຸກ​ຍູ້ວິ​ວັດ​​ການສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ(FTA) ອີ​ຊີ- ​ປາ​ຊີ​ຟິກ, ວາງ​ອອກ​ໄລ​ຍະ​ການຊຸກ​ຍູ້​ປະ​ຕິ​ບັດ FTA ໃນພາກ​ພື້ນ, ສ້າງ​​ກົນ​ໄກ​ແລກ​ປ່ຽນຂໍ້​ມູນ​ຂ່າວ​ສານ FTA, ເພີ່​ມທະ​ວີ​​ກຳ​ລັງ​ຄວາມ​ສາ​ມາດໃນ​ການ​ເຈ​ລະ​ຈາ. ບັນ​ດາ​ສະ​ມາ​ຊິກ APEC ປຶກ​ສາ​ຫາ​ລືການ​ພົວ​ພັນ ລະ​ຫວ່າງ​ການ​ປະ​ດິດ​ຄິດສ້າງ, ​​ການປະ​ຕິ​ຮູບ ແລະ ​ການເຕີບ​ໂຕ, ເລີ່ມ​​ການ​ປຶກ​ສາ​ຫາ​ລື “ຄວາມ​ຮັບ​ຮູ້​ລວມ​ຊຸກ​ຍູ້​ພັດ​ທະ​ນາ​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ຕິ​ຮູບ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ”, ຜັນ​ຂະ​ຫຍາຍ​ປຶກ​ສາ​ຫາ​ລືນະ​ໂຍ​ບາຍ, ແລກ​ປ່ຽນ​ບົດ​ຮຽນ ແລະ ຮ່ວມ​ມືຢ່າງແທດ​​ຈິງ​ ​ກັບ 5 ເສົາ​ຄຳ​ໃຫຍ່​ແມ່ນ: ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ, ເສດ​ຖະ​ກິດ​ໃໝ່, ການ​ເຕີບ​ໂຕ​ທີ່​ມີຫົວ​ຄິດ​ປະ​ດິດ​ສ້າງ, ສະ​ໜັບ​ສະ​ໜູນ​ມີ​ລັກ​ສະ​ນະສ້າງ​ສັນ ແລະ ​ຫັນ​ເຂດ​ຕົວ​ເມືອງເປັນ​ທັນ​ສະ​ໄໝ.


ຂ່າວ/ບົດ​ອື່ນ