ພິທີ​​ເປີດ​ຕົວ ​ແລະ ມອບໜ້າທີ່​ໃຫ້​ແກ່​​ໂຮງໝໍກາງ​ສະໜາມ ລະດັບ 2 ​ເລກ 3 ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ​ຢູ່ ຊູ​ດັງ​ໃຕ້

(VOVWORLD) -ໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ແມ່ນສັງກັດ ໂຮງໝໍສູນກາງກອງທັບ 175, ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
ພິທີ​​ເປີດ​ຕົວ ​ແລະ ມອບໜ້າທີ່​ໃຫ້​ແກ່​​ໂຮງໝໍກາງ​ສະໜາມ ລະດັບ 2 ​ເລກ 3 ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ​ຢູ່ ຊູ​ດັງ​ໃຕ້ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂໍ້ຕົກລົງສ້າງໂຮງໝໍກາງສະໜາມລະດັບ 2 ເລກ 3 (ພາບ: qdnd.vn)

        ຕອນເຊົ້າວັນທີ 04 ມີນາ, ຢູ່ໂຮງໝໍສູນກາງກອງທັບ 175 (ນະຄອນໂຮ່ຈີມິນ), ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໄດ້ມອບຂໍ້ຕົກລົງສ້າງໂຮງໝໍກາງສະໜາມລະດັບ 2 ເລກ 3 ຂອງກະຊວງປ້ອງກັນປະເທດ ພ້ອມທັງມອບໜ້າທີ່ໃຫ້ແກ່ໂຮງໝໍດັ່ງກ່າວ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້.

        ຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດແລ້ວ, ໂຮງໝໍກາງສະໜາມ ລະດັບ 2 ເລກ 3 ແມ່ນສັງກັດ ໂຮງໝໍສູນກາງກອງທັບ 175, ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

        ກ່າວຄໍາເຫັນທີ່ພິທີ,  ທ່ານນາງ Axelle Nicaise, ຮອງເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ຫວຽດນາມ ໄດ້ຕີລາຄາສູງບັນດາໝາກຜົນຕັ້ງໜ້າ ເຊິ່ງກໍາລັງຮັກສາສັນຕິພາບ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງຢັ້ງຢືນວ່າ ອີຢູ ຍາມໃດກໍພ້ອມແລ້ວທີ່ຈະສະໜັບສະໜູນ, ໜູນຊ່ວຍຫວຽດນາມໃນບັນດາການເຄື່ອນໄຫວຮັກສາສັນຕິພາບ.


ຕອບກັບ

ຂ່າວ/ບົດ​ອື່ນ