ພິທີເປີດສະຫຼອງທາງບົກລະຫວ່າງ3ປະເທດຫວຽດນາມ,ລາວ,ກຳປູເຈຍ

ພິທີເປີດສະຫຼອງທາງບົກລະຫວ່າງ3ປະເທດຫວຽດນາມ,ລາວ,ກຳປູເຈຍ - ảnh 1
ພິທີເປີດສະຫຼອງທາງບົກລະຫວ່າງ3ປະເທດ
ຫວຽດນາມ, ລາວ, ກຳປູເຈຍ
(ພາບ:tuoitre.vn)

(vovworld) - ວັນ​ທີ 9/9, ຢູ່​ຄູ່​ດ່ານ​ຊາຍ​ແດນ ຮວາ​ລື, ບິ່ງ​ເຟືອ​ກ (ຫວຽດນາມ) – Trapeang Sre (ກຳປູ​ເຈຍ), ກະຊວງ​ຄົມມະນາຄົມຂົນ​ສົ່ງ​ຫວຽດນາມ ສົມ​ທົບ​ກັບ​ກະຊວງ​ຂົນ​ສົ່ງ​ໂຍທາ ກຳປູ​ເຈຍ, ກະຊວງ​ໂຍທາ ​ແລະ ຂົນ​ສົ່ງ​ລາວ ຈັດ​ຕັ້ງ ພິທີ​ເປີດ​ສະຫຼອງ​ທາງບົກ​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳລະຫວ່າງລັດຖະບານ 3​ ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ. ກ່ອນ​ໜັ້ນນັ້ນ, ວັນ​ທີ 17/1/2013, ຢູ່​ຈຳປາ​ສັກ, ຕາງໜ້າ​ລັດຖະບານ 3 ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ, ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ 3 ປະ​ເທດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ, ດ້ວຍ​ຈຸດໝາຍຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ດ້ານ​ເສດຖະກິດ, ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ, ການທ່ອງທ່ຽວ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ​ໄປມາ​ຜ່ານ​ຊາຍ​ແດນລະຫວ່າງ 3 ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ.

ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ  ​ເລ​ດິ່ງ​ທໍ້ ​ໃຫ້​ຮູ້​ວ່າ: ​ເມື່ອ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ 3 ປະ​ເທດ​ໄດ້​ຮັບ​ການ​ປະຕິບັດ, ມັນ​ຈະ​ປະກອບສ່ວນ​ຫຼຸດຜ່ອນ​ຄ່າ​ຂົນ​ສົ່ງ, ຖອນ​ເວລາ​ໃຫ້​ສັ້ນ​ລົງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ 3 ປະ​ເທດ, ນັກ​ທ່ອງ​ທ່ຽວ​ສາກົນ, ພາຫະນະ ​ແລະ ສິນຄ້າ​ໄປມາ​ຜ່ານ​ຊາຍ​ແດນ​ຢ່າງ​ສະດວກ​ສະບາຍ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 3 ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ ກວ່າ​ອີກ.

 

ຂ່າວ/ບົດ​ອື່ນ