ພິທີເປີດສະຫຼອງຮູບປັ້ນປະທານາທິບໍດີອາຟະລິກາໃຕ້ Nelson Mandela ຢູ່ສຳນັກງານສປຊ

(VOVWORLD) -ວັນທີ 24 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ປະເທດອາເມລິກາ, ຮູບປັ້ນຂອງທ່ານປະທານາທິບໍດີອາຟະລິກາໃຕ້ Nelson Mandela, ໄດ້ຮັບການເປີດສະຫຼອງ

ພິທີເປີດສະຫຼອງຮູບປັ້ນປະທານາທິບໍດີອາຟະລິກາໃຕ້ Nelson Mandela ຢູ່ສຳນັກງານສປຊ - ảnh 1 ຮູບປັ້ນຂອງທ່ານປະທານາທິບໍດີອາຟະລິກາໃຕ້ Nelson Mandela

(ພາບ: THX/TTXVN)

ເພື່ອແນໃສ່ເຊີດຊູບັນດາການອຸທິດສ່ວນຂອງທ່ານໃນການຕໍ່ສູ້ເພື່ອຄວາມຍຸຕິທຳ, ສັນຕິພາບ ແລະ ຄວາມໄກ່ເກ່ຍປອງດອງຊາດໃນໂລກ ແລະ ອາຟະລິກາໃຕ້. ທ່ານປະທານາທິບໍດີ Nelson Mandela ແມ່ນການນຳຜູ້ທຳອິດໃນໂລກທີ່ໄດ້ມີຄວາມເປັນກຽດຢ່າງໃຫຍ່ຫຼວງ ເມື່ອຮູບປັ້ນຂອງທ່ານໄດ້ຕັ້ງຢູ່ສຳນັກງານຂອງສະຫະປະຊາຊາດ.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ, ທ່ານປະທານາທິບໍດີ Nelson Mandela ແມ່ນຜູ້ຕາງໜ້າໃຫ້ບັນດາຄຸນຄ່າສູງທີ່ສຸດຂອງສະຫະປະຊາຊາດ, ໃນນັ້ນມີສັນຕິພາບ ແລະ ມີຈິດໃຈເອື້ອເຟື້ອເພື່ອແຜ່. ການຕໍ່ສູ້ຂອງທ່ານຕ້ານລັດທິຈຳແນກເຜົ່າພັນ apartheid ໄດ້ກາຍເປັນສັນຍາລັກໃຫ້ແກ່ສິດເສລີ ແລະ ສິດທິມະນຸດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ