ພິ​ທີ​ເປີດ​ສະຫຼອງ​ຮາກ​ຖານ​ເຄື່ອນ​ໄຫວ​ໃໝ່​ຂອງ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ

(VOVWORLD) -    ຕອນເຊົ້າວັນທີ 28 ຕຸລາ, ພິທີເປີດສະຫຼອງຮາກຖານເຄື່ອນໄຫວໃໝ່ຂອງສູນນະວັດຕະກຳແຫ່ງຊາດ (NIC),  ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ພິທີໄຂງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2023 (VIIE 2203),  ໄດ້ດຳເນີນຢູ່ ຮ່າໂນ້ຍ.
ພິ​ທີ​ເປີດ​ສະຫຼອງ​ຮາກ​ຖານ​ເຄື່ອນ​ໄຫວ​ໃໝ່​ຂອງ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ - ảnh 1

(ພາບ: VOV )

   ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ ຢັ້ງຢືນວ່າ ນະວັດຕະກຳ ພວມແມ່ນທ່າອ່ຽງທີ່ແນ່ນອນ, ແມ່ນການເລືອກເຟັ້ນທີ່ມີລັກສະນະບຸກທະລຸຍຸດທະສາດຂອງ ຫວຽດນາມ. ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນການລົງທຶນ ສຳລັບສູນນະວັດຕະກຳແຫ່ງຊາດໃຫ້ດີທີ່ສຸດນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີວ່າ:

   ຂ້າພະເຈົ້າສະເໜີໃຫ້ ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ແລະ ເຕັກນໂລຊີ ແລະ ບັນດາກະຊວງ, ອົງການ, ວິທະຍາສາດ ຕ້ອງກ້າເຮັດ, ຕັດສິນໃຈສູງ, ມານະພະຍາຍາມກ່ວາອີກ, ໝູນໃຊ້ ບັນດາໂອກາດການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ຫຼາຍກ່ວາອີກ ເພື່ອສ້າງລະບອບລະບຽບການ, ນະໂຍບາຍໃຫ້ແກ່ການເຄື່ອນໄຫວນະວັດຕະກຳຢູ່ ຫວຽດນາມ ໃຫ້ສຳເລັດ ເພື່ອຕອບສະໜອງຢ່າງທັນການ ຄຳຮຽກຮ້ອງພັດທະນາໃນພຶດຕິກຳຕົວຈິງຂອງບັນດາເຈົ້າຂອງລະບົບຊີວະພາບ, ພິເສດແມ່ນບັນດາວິສາຫະກິດນະວັດຄະກຳ ແລະ start up ປະດິດຄິດສ້າງ.

ພິ​ທີ​ເປີດ​ສະຫຼອງ​ຮາກ​ຖານ​ເຄື່ອນ​ໄຫວ​ໃໝ່​ຂອງ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ - ảnh 2

(ພາບ: VOV )

  ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາກະຊວງ ໄດ້ປະຕິບັດພິທີໄຂ ແລະ ຢ້ຽມຢາມ ງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2023 ຊື່ງມີຫົວເລື່ອງ “ເຕົ້າໂຮມ-ປະດິດຄິດສ້າງ-ແຜ່ຂະຫາຍ” ຈັດຂຶ້ນແຕ່ວັນທີ 18 ຕຸລາ-ວັນທີ 1 ພະຈິກ ດ້ວຍຮ້ານວາງສະແດງລະດັບສາກົນ 200 ຮ້ານ.

 

ຕອບກັບ

ຂ່າວ/ບົດ​ອື່ນ