ພິທີເລີ່ມປະຕິບັດເດືອນຊາວໜຸ່ມ 2023 ຢູ່ແຂວງບິ່ງຖ້ວນ.

(VOVWORLD) -ພິທີເລີ່ມປະຕິບັດເດືອນຊາວໜຸ່ມ 2023 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ ຈັດຂຶ້ນໃນຕອນເຊົ້າວັນທີ 26 ກຸມພາ ຢູ່ເມືອງຮ່າມຖ້ວນບັກ ແຂວງບິ່ງຖ້ວນ
    ພິທີເລີ່ມປະຕິບັດເດືອນຊາວໜຸ່ມ 2023 ຢູ່ແຂວງບິ່ງຖ້ວນ. - ảnh 1ການເຄື່ອນໄຫວໃນພິທີ

     ກ່າວຄຳເຫັນທີ່ພິທີ, ທ່ານນາງຫວໍທິແອັ໊ງຊວນ ຜູ້ຮັກສາການປະທານປະທານໄດ້ຕີລາຄາສູງ ສູນກາງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນໄດ້ເລືອກເອົາຫົວຂໍ້ເດືອນຊາວໜຸ່ມປີນີ້ແມ່ນ “ໄວໜຸ່ມນຳໜ້າການຫັນເປັນດີຈີຕອນ”. ຕາມທ່ານນາງຫວໍທິແອັ໊ງຊວນແລ້ວ ການຫັນເປັນດີຈີຕອນ ແມ່ນໜ້າທີ່ຫຍຸ້ງຍາກ ມີສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ຕ້ອງມີການຊີ້ນຳນຳພາແບບລວມສູນຈາກສູນກາງຄະນະຊາວໜຸ່ມ, ມີຄວາມຕັດສິນໃຈຢ່າງສູງ, ຂະຫຍັນຂັນເຄື່ອນ ມີຫົວຄິດປະດິດສ້າງຂອງຄະນະຊາວໜຸ່ມຂັ້ນຕ່າງໆ; ມີການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງໄວໜຸ່ມໃນທົ່ວປະເທດເພື່ອສ້າງເປັນຂະບວນການຢ່າງກວ້າງເລິກ ປະກອບສ່ວນນຳຫວຽດນາມກາຍເປັນປະເທດດີຈີຕອນ ມີສະຖຽນລະພາບ ແລະວັດທະນະຖອນວອນ ນຳໜ້າໃນການທົດລອງບັນດາເຕັກໂນໂລຊີ ແລະ ຮູບແບບໃໝ່ໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ